ວິໄສທັດ
ບໍລິສັດ ສຸດາພອນ ມຸ້ງເນັ້ນສູ່ການເປັນຜູ້ໃຫ້ບໍລິການໃນດ້ານລະບົບບໍລິຫານການຂົນສົ່ງທີ່ມີປະສິດທິພາບພາຍໃນປະເທດ ທີ່ສາມາດຕອບສະໜອງຄວາມຕ້ອງການຂອງລູກຄ້າ ດ້ວຍການບໍລິການທີ່ເປັນເລີດ ແລະ ສັນຫານະວັດຕະກຳໃໝ່ໆເພື່ອການໃຫ້ບໍລິການ
ພັນທະກິດ
- ພັດທະນາບຸກຄະລາກອນໃຫ້ມີ ທັກສະ, ຄວາມຮູ້, ຄວາມຊຳນານ ໃນເລື່ອງເຕັກໂນໂລຊີຂອງຜະລິດຕະພັນ ແລະ ທຸລະກິດຂອງລູກຄ້າ ແລະ ປັບໃຫ້ມີທັດສະນະຄະຕິໃນການພັດທະນາຕົນເອງຕະຫຼອດເວລາ ເປັນຜູ້ໃຫ້ບໍລິການທີ່ດີ, ມີຄວາມຮັບຜິດຊອບຕໍ່ໜ້າວຽກ ແລະ ລູກຄ້າ
- ພັດທະນາອົງກອນໃຫ້ມີຂະບວນການເຮັດວຽກທີ່ງ່າຍແຕ່ມີປະສິດທິພາບສູງ ແລະ ງ່າຍຕໍ່ການບໍລິການລູກຄ້າ
ສຶກສາຕະຫຼາດ ແລະ ແນວໂນ້ມໃນອານາຄົດ ເພື່ອຫາສິນຄ້າໃໝ່ທີ່ເໝາະສົມມາຈຳໜ່າຍ ເພື່ອຮັກສາ ແລະ ສ້າງຄວາມຕໍ່ເນື່ອງໃນການເຕີບໂຕຂອງທຸລະກິດ - ສ້າງ ແລະ ພັດທະນາບໍລິການທີ່ຫຼາກຫຼາຍ, ມີຄຸນນະພາບ ແລະ ຄົບວົງຈອນຂອງອົງກອນ ເພື່ອສ້າງຄວາມແຕກຕ່າງ ແລະ ເປັນຈຸດຂາຍຂອງອົງກອນເມື່ອປຽບທຽບກັບຜູ້ຈັດຈຳໜ່າຍອື່ນໆ
- ຮັກສາຄວາມສຳພັນ, ສື່ສານທຳຄວາມເຂົ້າໃຈ, ຮ່ວມສ້າງ ແລະ ຮັກສາຜົນປະໂຫຍດໃນການເຮັດທຸລະກິດຮ່ວມກັບລູກຄ້າໃນການສ້າງທຸລະກິດໃຫ້ເຕີບໂຕຢ່າງຕໍ່ເນື່ອງ