ປະໂຫຍດຂອງ GPS ໃນທຸລະກິດການຂົນສົ່ງ ແລະ ໂລຈິສຕິກ (Logistics)
ໃນຍຸກທີ່ການແຂ່ງຂັນທາງທຸລະກິດສູງ "ຄວາມໄວ" ແລະ "ຄວາມຊັດເຈນ" ຄືກຸນແຈສຳຄັນ. ລະບົບ GPS Tracking ໄດ້ເຂົ້າມາມີບົດບາດສຳຄັນໃນການຍົກລະດັບທຸລະກິດຂົນສົ່ງ ບໍ່ວ່າຈະເປັນ SMEs ຫຼື ບໍລິສັດຂະໜາດໃຫຍ່ ການຕິດຕັ້ງ GPS Tracking ໃນຍານພາຫະນະຂົນສົ່ງ ຊ່ວຍທຸລະກິດໄດ້ດັ່ງນີ້: ການຕິດຕາມແບບ Real-time: ຜູ້ປະກອບການສາມາດຮູ້ຕຳແໜ່ງຂອງລົດທຸກຄັນໃນທັນທີ ວ່າຢູ່ໃສ, ຈອດຢູ່ ຫຼື ກຳລັງແລ່ນ. ຄວບຄຸມພຶດຕິກຳຄົນຂັບ: ລະບົບສາມາດແຈ້ງເຕືອນເມື່ອມີການຂັບໄວເກີນກຳນົດ, ເບກກະທັນຫັນ ຫຼື ອອກນອກເສັ້ນທາງ ເຊິ່ງຊ່ວຍຫຼຸດອຸບັດຕິເຫດ. ປະຢັດຕົ້ນທຶນນ້ຳມັນ: ການວາງແຜນເສັ້ນທາງທີ່ດີ ແລະ...
