ເປີດນໍາໃຊ້ລະບົບພາສີທັນສະໄໝລວມສູນ (Smart Customs) ໄດ້ຈັດຂຶ້ນໃນວັນທີ 01 ມິຖຸນາ 2026 ນີ້, ທີ່ດ່ານພາສີສາກົນທ່າບົກທ່ານາແລ້ງ ແລະ ຂົວມິດຕະພາບI, ໂດຍການເຂົ້າເປັນປະທານຂອງທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ; ມີທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີກະຊວງການເງິນ, ມີທ່ານ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະກົມ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ

ລະບົບ Smart Customs ປະກອບມີທັງໝົດ 19 ໂມດູນ, ເຊິ່ງມີໂມດຸນ Data Hub ທີ່ເປັນຕົວກາງທີ່ມີມາດຕະຖານຂັ້ນຕອນການເຊື່ອມຕໍ່, ແລກປ່ຽນຂໍ້ມູນລະຫວ່າງໂມດຸນຕ່າງໆເປັນມາດຕະຖານດຽວກັນເພື່ອດຶງຂໍ້ມູນຈາກບັນດາລະບົບພາສີມາໄວ້ຈຸດດຽວໃຫ້ເປັນລະບົບລວມສູນຄົບຊຸດຢ່າງເຕັມຮູບແບບ; ເປັນລະບົບລວມສູນການຄຸ້ມຄອງຂໍ້ມູນພາສີແບບເອເລັກໂຕຣນິກ, ເປັນລະບົບຕົວກາງເພື່ອເຊື່ອມຕໍ່ກັບບັນດາລະບົບທັງໝົດທີ່ຕິດພັນກັບວຽກງານພາສີ, ເຊື່ອມຕໍ່ຫາລະບົບຊຳລະສະສາງ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ, ເພື່ອຮອງຮັບຂັ້ນຕອນທັງໝົດຂອງວຽກງານພາສີໃຫ້ມີປະສິດທິພາບສູງ ແລະ ທັນສະພາບ, ຫຼຸດຂັ້ນຕອນການແຈ້ງພາສີ ແລະ ເຊື່ອມໂຍງກັບພາກສ່ວນຕ່າງໆທັງພາຍໃນ ແລະ ຕ່າງປະເທດ
ລັດຖະບານກໍຄືກະຊວງການເງິນ ໃຫ້ຄວາມສຳຄັນຫຼາຍໃນການພັດທະນາວຽກງານພາສີເປັນທັນສະໄໝ, ໂດຍໄດ້ລົງທຶນເຂົ້າໃນການພັດທະນາວຽກງານພາສີໃຫ້ເປັນທັນສະໄໝໃນແຕ່ລະໄລຍະ, ເພື່ອຍົກລະດັບການບໍລິຫານວຽກງານພາສີໃຫ້ມີຄວາມທັນສະໄໝ, ວ່ອງໄວ, ໂປ່ງໃສ, ສາມາດກວດສອບໄດ້ ແລະ ສອດຄ່ອງກັບແນວທາງການຫັນເປັນດີຈີຕອນໃນອະນາຄົດ, ການພັດທະນາລະບົບພາສີເປັນທັນສະໄໝແບບລວມສູນ ເຊິ່ງເປັນບາດກ້າວໜຶ່ງທີ່ມີຄວາມໝາຍມີຄວາມສຳຄັນໃນການນຳໃຊ້ເຕັກໂນໂລຊີມາຊ່ວຍຄຸ້ມຄອງ ແລະ ອຳນວຍຄວາມສະດວກໃຫ້ແກ່ຜູ້ປະກອບການ ໃນການນຳເຂົ້າ-ສົ່ງອອກ ແລະ ການຜ່ານແດນສິນຄ້າ, ເຄື່ອງຂອງ ໃນ ສປປ ລາວ
ການເປີດນໍາໃຊ້ລະບົບລະດັ່ງກ່າວແມ່ນຕິດພັນກັບການພັດທນະນາລະບົບພາສີໃຫ້ທັນສະໄໝ,ສອດຄ່ອງກັບຍຸດທະສາດການຫັນເປັນທັນສະໄໝຂອງກະຊວງການເງິນ ແລະຍຸດທະສາດການພັດທະນາເສດຖະກິດດິຈິຕອນແຫ່ງຊາດໃນໄລຍະ 10 ປີ (2021 – 2030) ແລະ ມະຕິຂອງລັດຖະບານ ສະບັບເລກທີ 04/ລບ, ລົງວັນທີ 23 ມີນາ 2026 ວ່າດ້ວຍການຮັບຮອງແຜນປະຕິບັດຕົວຈິງໃນການຫັນການເກັບລາຍຮັບເປັນທັນສະໄໝໃນໄລຍະ 5 ປີ (2026-2030)
ໃນຕອນທ້າຍພິທີ, ທ່ານ ສັນຕິພາບ ພົມວິຫານ ພ້ອມຄະນະໄດ້ຮ່ວມປູກຕົ້ນໄມ້ເນື່ອງໃນໂອກາດວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ຢ້ຽມຊົມລະບົບທັນສະໄໝຂອງຂະແໜງພາສີ, ບໍລິສັດ ທ່າບົກທ່ານາແລ້ງ ຕື່ມອີກດ້ວຍ
