ການເລີ່ມຕົ້ນ ແລະ ກໍ່ຕັ້ງ

ບໍລິສັດ ສຸດາພອນ ການຄ້າ ຂາອອກ-ຂາເຂົ້າ ແລະ ບໍລິການ ຈໍາກັດ ສ້າງຕັ້ງວັນທີ່  13/07/2016, ໂດຍມີທີມງານທີ່ມີຄວາມຊຽວຊານໃນດ້ານເຕັກໂນໂລຊີ ສາລະສົນເທດ, ບໍລິສັດເລີ່ມຕົ້ນຈາກການເປັນບໍລິສັດຂະໜາດນ້ອຍທີ່ໃຫ້ບໍລິການຕິດຕັ້ງອຸປະກອນເອເລັກໂຕນິກ ແລະ ພັດທະນາລະບົບ Software ໃຫ້ກັບອົງກອນທຸລະກິດ

ການເຕີບໂຕ ແລະ ຂະຫຍາຍຕົວ

ໃນປີທໍາອິດ ບໍລິສັດໃຫ້ບໍລິການດ້ານລະບົບ GPS ແລະ ມີບໍລິການຕິດຕັ້ງ GPS, ສ້ອມແປງ GPS ແລະ ບໍລິການ ໃຫ້ຄໍາປຶກສາດ້ານການຕິດຕາມດ້ວບລະບົບ GPS ເຊິງໄດ້ຮັບຄວາມນິຍົມ ແລະ ການຕອບຮັບທີ່ດີຈາກລູກຄ້າ, ເຮັດໃຫ້ບໍລິສັດມີການເຕີບໂຕຢ່າງຕໍ່ເນື່ອງຈົນມາຮອດໃນປີ 2023 ບໍລິສັດໄດ້ຂະຫຍາຍທຸລະກິດໄປສູ່ຕະຫຼາດໄອທີ ເຕັມຮູບແບບ ໂດຍເລີ່ມຈາກການໃຫ້ບໍລິການລະບົບໄອທີຄົບວົງຈອນ ໃຫ້ກັບບໍລິສັດເຄື່ອທັງໝົດເຊັ່ນ: ບໍລິການ Software Development, ບໍລິການ Mobile Application Development, ບໍລິການ Website Development,  ບໍລິການ IT Infrastructure,  ບໍລິການ IT Helpdesk Service ແລະ ບໍລິການອື່ນໆ ໃນດ້ານໄອທີ

ດ້ານນະວັດຕະກໍາ ແລະ ການພັດທະນາ

ດ້ວຍຄວາມຊີ້ນໍາຂອງຜູ້ບໍລິຫານໃຫຍ່ ໃຫ້ມຸ່ງເນັນໃນການພັດທະນານະວັດກໍາໃໝ່ໆ ບໍລິສັດໄດ້ລົງທຶນໃນການວິໃຈ ແລະ ພັດທະນາເຕັກໂນໂລຊີໃໝ່ຢ່າງຕໍ່ເນື່ອງ, ໃນປີ 2023 ໄດ້ນໍາເອົາລະບົບ Smart Electronic Lock (E-Seal) ເຂົ້າມາໃຊ້ງານໃນການຕິດຕາມຕູ້ຄອນເທນເນີໃນວຽກງານພາສີໃນການຕິດຕາມສິນຄ້າໃຫ້ລົງສິນຄ້າ ຖຶກຈຸດ ແລະ ໄດ້ຮັບການຕອບຮັບທີ່ດີຈາກພາກລັດ ແລະ ເອກະຊົນຜູ້ທີ່ໃຊ້ບໍລິການໃນການຕິດຕາມສິນຄ້າຂອງ ຕົນເອງ, ໃນທ້າຍປີ 2024 ນີ້ຄາດການວ່າຈະເປີດຕົວລະບົບໃໝ່ 3 ລະບົບ ທີ່ໃຫ້ບໍລິການລາກຫຼາຍ ແລະ ອໍານວຍ ຄວາມສະດວກໃຫ້ກັບຜູ້ໃຊ້, ປີ 2025 ຈະເປີດຕົວ Cloud Platform ເພື່ອໃຫ້ບໍລິການລູກຄ້າທົ່ວໄປ

ຄວາມສໍາເລັດ ແລະ ການຍອມຮັບ

ດ້ວຍຄວາມສໍາໜານ ແລະ ການບໍລິການທີ່ມີຄຸນນະພາບ, ບໍລິສັດໄດ້ຮັບການຍອມຮັບ ແລະ ຄວາມໄວ້ວາງໃຈຈາກ ອົງກອນຊັ້ນນໍາພາຍໃນປະເທດ, ບໍລິສັດໄດ້ຮັບລາງວັນຈາກອົງກອນຕ່າງໆທີ່ພວກເຮົາໃຫ້ບໍລິການ ແລະ ໃນດ້ານການພັດທະນາ ເຕັກໂນໂລຊີ ທີ່ຕອບໂຈດຕາມຄວາມຕ້ອງການຂອງບໍລິສັດເຫຼົ່ານັ້ນ

ທິດທາງໃນອານາຄົດ

ໃນປະຈຸບັນ ບໍລິສັດ ສຸດາພອນ ການຄ້າ ຂາອອກ-ຂາເຂົ້າ ແລະ ບໍລິການ ຈໍາກັດ ຍັງມຸ່ງເນັນໃນການພັດທະນານະວັດ ກໍາໃໝ່ໆ ແລະ ຂະຫຍາຍການບໍລິການດ້ານໄອທີໄປທີ່ຕ່າງແຂວງ ໂດຍວິໄສທັດໃນການເປັນຜູ້ນໍາດ້ານເຕັກໂນໂລຊີ ຂໍ້ມູນຂ່າວສານ ແລະ ໃຫ້ບໍລິການທີ່ຕອບໂຈດຄວາມຕ້ອງການຂອງລູກຄ້າໃນທຸກພາກສ່ວນ