This job has been expired
ຄວາມຕ້ອງການ
- ຕໍາແໜ່ງ: ຕິດຕາມອຸປະກອນລ໋ອກຕູ້ຄອນເທນເນີ (E-Seal)
- ຈໍານວນ: 2 ຕໍາແໜ່ງ
- ບໍ່ຈຳກັດເພດ, ອາຍຸ 22 ປີ ຂຶ້ນໄປ
- ສາມາດສື່ສານພາສາອັງກິດໄດ້ (ຈະພິຈາລະນາເປັນພິເສດ)
- ສາມາດນຳໃຊ້ Word, Excel, PowerPoint ໄດ້ເປັນຢ່າງດີ
- ມີຄວາມມັກຮັກໃນວຽກບໍລິການ ແລະ ພ້ອມທີ່ຈະຮຽນຮູ້ຕະຫຼອດເວລາ
- ມີຄວາມຮັບຜິດຊອບສູງ ແລະ ມີຄວາມກະຕືລືລົ້ນໃນການເຮັດວຽກ
- ສາມາດເຮັດວຽກເປັນທີມໄດ້
- ມີປະສົບການໃນວຽກບໍລິການ 1 ປີຂື້ນໄປ
- ລະດັບການສຶກສາ: ຈົບຊັ້ນສູງ, ຈົບປະລິນຍາຕີ ຫຼື ໃນສາຂາທີ່ກ່ຽວຂ້ອງ
ຄວາມຮັບຜິດຊອບຫຼັກ
- ກວດກາ ແລະ ຕິດຕາມຄວາມພ້ອມການໃຊ້ງານຂອງອຸປະກອນທີ່ໃຊ້ງານກັບລູກຄ້າ
- ກວດເຊັກ ແລະ ສ້ອມແປງອຸປະກອນໃຫ້ພ້ອມໃຊ້ງານຕະຫຼອດເວລາ
- ເກັບກຳປະຫວັດການສ້ອມແປງ ແລະ ຄ່າໃຊ້ຈ່າຍທີ່ເກີດຂື້ນທັງໝົດ
- ສະຫຼຸບລາຍງານການປະຕິບັດງານປະຈຳເດືອນ ເຊັ່ນ: ລາຍງານການລ໋ອກ-ການປົດ, ຄວາມໄວເກີນ,ເຂົ້າພື້ນທີ່ຫ້າມ
- ຈັດຝຶກອົບຮົມການນຳໃຊ້ລະບົບຕິດຕາມ
- ກວດສອບ ແລະ ຕິດຕາມລະບົບການເຮັດວຽກຂອງຜະລິດຕະພັນ
- ກວດເຊັກການຂື້ນເຕີມແພັກເກັດທີ່ໃຊ້ງານອຸປະກອນຕິດຕາມ
- ເຮັດເອກະສານໃບຕິດຕັ້ງ ແລະ ສ້ອມແປງ
- ຊ່ວຍເຫຼືອ ແລະ ໃຫ້ຄໍາປຶກສາກັບເພື່ອນຮ່ວມງານ
- ລາຍງານຜົນການຕິດຕາມປະຈຳວັນຂອງ GPS ໃນຊົ່ວໂມງການເຮັດວຽກ
- ລາຍງານຜົນການຕິດຕາມປະຈຳວັນເຊັ່ນ: ລາຍງານການລ໋ອກ-ການປົດ, ຄວາມໄວເກີນ,ເຂົ້າພື້ນທີ່ຫ້າມ
- ລາຍງານການປະຕິບັດງານປະຈຳເດືອນສົ່ງໃຫ້ຫົວໜ້າງານ
- ໜ້າທີ່ອື່ນໆຕາມທີ່ຜູ້ບັງຄັບບັນຊາມອບໝາຍ
ເອກະສານປະກອບທີ່ຕ້ອງສົ່ງ
- ປະຫວັດຫຍໍ້ (CV)
- ໃບສະໝັກວຽກ
- ສຳເນົາໃບປະກາດ
- ສຳເນົາບັດປະຈຳຕົວ
- ສົ່ງເຂົ້າອີເມວ: hr@soudaphone.com
ຕິດຕໍ່ສອບຖາມ
- ໂທ: 020 5632 1490, 7796 6926
- ອີເມວ: info@soudaphone.com
- ເວັບໄຊ: www.soudaphone.com