This job has been expired

ຄວາມຕ້ອງການ

  • ຕໍາແໜ່ງ: ຕິດຕາມອຸປະກອນລ໋ອກຕູ້ຄອນເທນເນີ (E-Seal)
  • ຈໍານວນ: 2 ຕໍາແໜ່ງ
  • ບໍ່ຈຳກັດເພດ, ອາຍຸ 22 ປີ ຂຶ້ນໄປ
  • ສາມາດສື່ສານພາສາອັງກິດໄດ້ (ຈະພິຈາລະນາເປັນພິເສດ)
  • ສາມາດນຳໃຊ້ Word, Excel, PowerPoint ໄດ້ເປັນຢ່າງດີ
  • ມີຄວາມມັກຮັກໃນວຽກບໍລິການ ແລະ ພ້ອມທີ່ຈະຮຽນຮູ້ຕະຫຼອດເວລາ
  • ມີຄວາມຮັບຜິດຊອບສູງ ແລະ ມີຄວາມກະຕືລືລົ້ນໃນການເຮັດວຽກ
  • ສາມາດເຮັດວຽກເປັນທີມໄດ້
  • ມີປະສົບການໃນວຽກບໍລິການ 1 ປີຂື້ນໄປ
  • ລະດັບການສຶກສາ: ຈົບຊັ້ນສູງ, ຈົບປະລິນຍາຕີ ຫຼື ໃນສາຂາທີ່ກ່ຽວຂ້ອງ

ຄວາມຮັບຜິດຊອບຫຼັກ

  • ກວດກາ ແລະ ຕິດຕາມຄວາມພ້ອມການໃຊ້ງານຂອງອຸປະກອນທີ່ໃຊ້ງານກັບລູກຄ້າ
  • ກວດເຊັກ ແລະ ສ້ອມແປງອຸປະກອນໃຫ້ພ້ອມໃຊ້ງານຕະຫຼອດເວລາ
  • ເກັບກຳປະຫວັດການສ້ອມແປງ ແລະ ຄ່າໃຊ້ຈ່າຍທີ່ເກີດຂື້ນທັງໝົດ
  • ສະຫຼຸບລາຍງານການປະຕິບັດງານປະຈຳເດືອນ ເຊັ່ນ: ລາຍງານການລ໋ອກ-ການປົດ, ຄວາມໄວເກີນ,ເຂົ້າພື້ນທີ່ຫ້າມ
  • ຈັດຝຶກອົບຮົມການນຳໃຊ້ລະບົບຕິດຕາມ
  • ກວດສອບ ແລະ ຕິດຕາມລະບົບການເຮັດວຽກຂອງຜະລິດຕະພັນ
  • ກວດເຊັກການຂື້ນເຕີມແພັກເກັດທີ່ໃຊ້ງານອຸປະກອນຕິດຕາມ
  • ເຮັດເອກະສານໃບຕິດຕັ້ງ ແລະ ສ້ອມແປງ
  • ຊ່ວຍເຫຼືອ ແລະ ໃຫ້ຄໍາປຶກສາກັບເພື່ອນຮ່ວມງານ
  • ລາຍງານຜົນການຕິດຕາມປະຈຳວັນຂອງ GPS ໃນຊົ່ວໂມງການເຮັດວຽກ
  • ລາຍງານຜົນການຕິດຕາມປະຈຳວັນເຊັ່ນ: ລາຍງານການລ໋ອກ-ການປົດ, ຄວາມໄວເກີນ,ເຂົ້າພື້ນທີ່ຫ້າມ
  • ລາຍງານການປະຕິບັດງານປະຈຳເດືອນສົ່ງໃຫ້ຫົວໜ້າງານ
  • ໜ້າທີ່ອື່ນໆຕາມທີ່ຜູ້ບັງຄັບບັນຊາມອບໝາຍ

ເອກະສານປະກອບທີ່ຕ້ອງສົ່ງ

  • ປະຫວັດຫຍໍ້ (CV)
  • ໃບສະໝັກວຽກ
  • ສຳເນົາໃບປະກາດ
  • ສຳເນົາບັດປະຈຳຕົວ
  • ສົ່ງເຂົ້າອີເມວ: hr@soudaphone.com

ຕິດຕໍ່ສອບຖາມ

  • ໂທ: 020 5632 1490, 7796 6926
  • ອີເມວ: info@soudaphone.com
  • ເວັບໄຊ: www.soudaphone.com