ເຊັນສັນຍາຮ່ວມມືສ້າງຕັ້ງ ບໍລິສັດ ດີ.ທີ.ຊີ. ລາວ ຈໍາກັດ

ໃນວັນທີ່ 25/07/2023 ໄດ້ມີພິທີເຊັນສັນຍາຮ່ວມມືສ້າງຕັ້ງ ບໍລິສັດ ດີ.ທີ.ຊີ. ລາວ ຈໍາກັດ ລະຫວ່າງ ບໍລິສັດ ສຸດາພອນການຄ້າ ຂາເຂົ້າ-ຂາອອກ ແລະ ບໍລິການ ຈຳກັດ ຮ່ວມກັບ ບໍລິສັດ ດີ.ທີ.ຊີ. ເອັນເຕີໄພຣສ ຈຳກັດ (ມະຫາຊົນ) ຂອງປະເທດໄທ

ໂດຍປະຕິບັດຕາມວິໄສທັດການພັດທະນາເສດຖະກິດດີຈິຕອນ ແຫ່ງຊາດ ໄລຍະ 20 ປີ (2021-2040) ຍຸດທະສາດການພັດທະນາເສດຖະກິດດິຈີຕອນ ແຫ່ງຊາດ ໄລຍະ 10 ປີ (2021-2030) ແລະ ແຜນພັດທະນາ ເສດຖະກິດດິຈີຕອນ ແຫ່ງຊາດ ໄລຍະ 5 ປີ (2021-2025) ໂດຍ ປະກອບມີ 8 ຍຸດທະສາດການພັດທະນາ ແລະ 14 ແຜນງານ ຂອງລັດຖະບານ ແຫ່ງ ສປປ ລາວ ໃນການຮັບປະກັນໃຫ້ບັນດາກະຊວງ, ອົງການຈັດຕັ້ງສູນກາງ, ອົງການປົກຄອງຂັ້ນທ້ອງຖິ່ນ, ບັນດາອົງການຈັດຕັ້ງສາກົນ ແລະ ບັນດາຫົວໜ່ວຍທຸລະກິດເອກະຊົນ ໃຫ້ສາມາດດຳເນີນງານຢ່າງມີປະສິດທິພາບມາດຕະຖານ ແລະ ຜົນການປະຕິບັດງານໃຫ້ເກີດປະສິດທິຜົນສູງສຸດ ໂດຍການຫັນປ່ຽນລະບົບເທັກໂນໂລຍີທີ່ທັນສະໄໝໃຫ້ກາຍເປັນ ດິຈີຕອນ ໄປໃນລວງດຽວກັນ ໂດຍການສະໜັບສະໜູນຈາກພາກລັດຖະບານໃຫ້ດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ເຂົ້າມາມີສ່ວນຮ່ວມ ໃນການຈັດຕັ້ງໃຫ້ວິໄສທັດການພັດທະນາເສດຖະກິດດິຈີຕອນ ແຫ່ງຊາດ ກ້າວໜ້າໄປສູ່ຜົນສຳເລັດບັນລຸຕາມເປົ້າໝາຍໃນຂອບເຂດທົ່ວປະເທດ, ເພື່ອເປັນການປັບປຸງ ແລະ ນຳໃຊ້ໂຄງລ່າງພື້ນຖານທາງດ້ານເທັກໂນໂລຊີຂອງບັນດາປະເທດທີ່ມີຄວາມຈະເລີນກ້າວໜ້າດ້ານນະວັດຕະກຳ ແລະ ຄວາມເຫລື່ອມລໍ້າດ້ານດິຈີຕອນມາຊ່ວຍສະໜັບສະໜູນພາກໂທລະຄົມມະນາຄົມ ແລະ ບັນດາຫົວໜ່ວຍທຸລະກິດໃຫ້ເກີດຄວາມສະດວກສະບາຍໃນການດຳເນີນງານ ໂດຍນຳໃຊ້ໂຄງລ່າງພື້ນຖານ, ອິນເຕີເນັດ ແລະ ເທັກໂນໂລຊີດິຈີຕອນ ເພື່ອນໍາໃຊ້ລະບົບໂປຣແກຣມຊ່ວຍສົ່ງເສີມການປະຕິບັດງານທີ່ມີການຈັດການວຽກງານດ້ວຍຄວາມວ່ອງໄວ ແລະ ຊັດເຈນຖືກຕ້ອງ ໂດຍກ້າວໄປສູ່ການຖ່າຍທອດນະວັດຕະກຳຈາກເທັກໂນໂລຊີ ຈາກປະເທດເພື່ອນບ້ານທີ່ມີຜົນປະສົບການຫຼາຍຢ່າງ ແລະ ມີຄວາມຮູ້ຄວາມສາມາດສະສົມມາຈາກຫຼາກຫຼາຍດ້ານທີ່ກ່ຽວຜັນກັບດ້ານການປົກຄອງ, ພາກເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ການລິເລີ່ມຈາກເຕັກໂນໂລຊີທີ່ຫຼ້າສະໄໝ ກ້າວໄປສູ່ເທັກໂນໂລຊີທັນສະໄໝສາມາດຕອບໂຈດບັນຫາ ແລະ ຊ່ວຍຫາແນວທາງແກ້ໄຂຂໍ້ຫຍຸ້ງຍາກ, ເພື່ອໃຫ້ລະບົບດິຈີຕອນຂອງປະເທດລາວ ໄດ້ຮັບການພັດທະນາໄປຕາມແຜນງານທີ່ລັດຖະບານໄດ້ກຳນົດໄວ້ ທາງພວກຂ້າພະເຈົ້າ ບໍລິສັດ ສຸດາພອນການຄ້າ ຂາເຂົ້າ-ຂາອອກ ແລະ ບໍລິການ ຈຳກັດ, ໄດ້ມີການສຶກສາຄົ້ນຄວ້າທົດລອງນໍາໃຊ້ຜະລິດຕະພັນຫຼາຍຢ່າງເປັນຕົ້ນ

  1. ລະບົບການຕິດຕາມລົດບັນທຸກ ແລະ ລົດຂົນສົ່ງສິນຄ້າ GPS Tracking
  2. ວິດີໂອຕິດຕາມພາຍໃນ ແລະ ພາຍນອກພາຫະນະ CCTV
  3. ລະບົບອີຊິວ E-Seals
  4. ລະບົບບໍລິຫານຈັດການສາງ
  5. ລະບົບໂປຣແກຣມບໍລິຫານຈັດການຂົນສົ່ງ TMS (Transport Management System)

ຈາກສິ່ງທີ່ໄດ້ນຳໃຊ້ ແລະ ສຳພັດກັບຕົວຈິງ ຈຶ່ງເຫັນໄດ້ວ່າເຕັກໂນໂລຊີເຫຼົ່ານີ້ມີຄວາມສໍາຄັນ ໃນການຊ່ວຍກະຕຸ້ນໃຫ້ເສດຖະກິດຈະເລີນເຕີບໂຕໄດ້ຢ່າງວ່ອງໄວ ທາງພວກຂ້າພະເຈົ້າຈື່ງໄດ້ ມີການປະຊຸມປຶກສາຫາລືຫຼາຍຮອບຫຼາຍຄັ້ງຮ່ວມກັບທາງ ບໍລິສັດ ດີ.ທີ.ຊີ. ເອັນເຕີໄພ ມະຫາຊົນ ປະເທດໄທ ມຸ່ງເນັ້ນເຂົ້າສູ່ການຮ່ວມມືຈາກຄູ່ຄ້າກາຍມາເປັນຄູ່ຮ່ວມທຸລະກິດ ຊ່ວຍດຶງດູດເອົາບັນດາເຕັກໂນໂລຊີ ແລະ ບັນດາຜະລິດຕະພັນສິນຄ້າທີ່ມີຄຸນນະພາບສູງ ເພື່ອເປັນການຊຸກຍູ້ສົ່ງເສີມການລົງທຶນທາງດ້ານດິຈີຕອນ ໂດຍສະເພາະສິ່ງທີ່ຄາດໝາຍຈະເກີດຂຶ້ນຈາກການຮ່ວມມືປະກອບມີ 4 ລະບົບເປັນປັດໄຈຕົ້ນຕໍຄື:

  1. ລະບົບການຕິດຕາມພາຫະນະແບບອັດສະລິຍະ GPS Tracking System
  2. ລະບົບກ້ອງຕິດຕາມລົດ Mobile DVR
  3. ຊອບແວໃໝ່ໆ Software
  4. ບົດສະຫລຸບແກ້ໄຂ Solution

ພາຍຫຼັງການເຈລະຈາທັງສອງພວກຂ້າພະເຈົ້່າທັງສອງຈຶ່ງໄດ້ຕົກລົງຮ່ວມມືກັນສ້າງຕັ້ງ ບໍລິສັດ ດີ.ທີ.ຊີ ລາວ ຈໍາກັດຂຶ້ນ ເພື່ອເປັນການສ້າງ ແລະ ພັດທະນາຊັບພະຍາກອນມະນຸດ, ຈຸດສຸມໃນການນໍາເອົາລະບົບເທັກໂນໂລຊີທີ່ ຄົນລາວສາມາດສຶກສາຮຽນຮູ້ວິທີການນໍາໃຊ້ ແລະ ສາມາດຮຽນຮູ້ໃນການພັດທະນາລະບົບໂປຣແກຣມໃໝ່ທີ່ຈະນຳເຂົ້າມາໃຊ້ໃນການບໍລິການດ້ານເທັກໂນໂລຊີດິຈີຕອນ ໂດຍສິ່ງເຫຼົ່ານີ້ຈະຊ່ວຍຫລຸດຜ່ອນຄ່າໃຊ້ຈ່າຍເປັນ ຕົ້ນການຊອກຫາບັນດາໂຮງຮຽນສຶກສາດ້ານເທັກໂນໂລຊີດິຈີຕອນ, ຂັ້ນຕອນການດໍາເນີນງານຈະຖືກປັບສ້າງເປັນປຶ້ມຄູ່ມືມາດຕະຖານການປະຕິບັດງານ, ມີ ຜູ້ຄົ້ນຄວ້າທາງດ້ານເທັກໂນໂລຊີ, ຫລຸດຜ່ອນການສູນເສຍເວລາໃນການພັດທະນາດິຈີຕອນ, ຫລຸດຜ່ອນຄ່າໃຊ້ຈ່າຍໃນການຕ້ອງສົ່ງຄົນອອກໄປສຶກສາຄົ້ນຄວ້າຢູ່ຕ່າງປະເທດ.

ສິ່ງທີ່ຈະໄດ້ຜົນປະໂຫຍດສູງສຸດແກ່ປະເທດຊາດຄື ບໍລິສັດ ດີ.ທີ.ຊີ ລາວ ຈໍາກັດ ຈະຊ່ວຍເຫຼືອພາກລັດໃນການ ຫັນປ່ຽນການຄຸ້ມຄອງພາຫະນະທັງພາຍໃນ ແລະ ພາຍນອກ ທີ່ມີການເຄື່ອນໄຫວໃນປະເທດລາວ ໄດ້ຖືກຄຸ້ມ ຄອງຕິດຕາມຢ່າງຊັດເຈນກໍານົດຈຸດທີ່ຢູ່ຂອງພາຫະນະ ແລະ ມີລະບົບເຕືອນໄພໃນກໍລະນີທີ່ມີການປະຕິບັດ ລ່ວງລະເມີດລະບຽບຂໍ້ກຳນົດ ແລະ ກົດໝາຍ, ພັດທະນາສິ່ງອໍານວຍຄວາມສະດວກໃຫ້ແກ່ການບໍລິຫານຈັດ ການພາຫະນະເຂົ້າສັນຈອນໄປມາຕາມຖະໜົນຫົນທາງ, ການເຊື່ອມຕໍ່ຂໍ້ມູນຂ່າວສານຂອງພາຫະນະທຸກຊະນິດ ປ້ອງກັນບໍ່ໃຫ້ເກີດຄວາມເສຍຫາຍຈາກການລັກຂະໂມຍ, ການບໍລິຫານຈັດການດ້ານພາຫະນະໃຫ້ຊ່ວຍໃນການ ດຳເນີນທຸລະກິດດ້ານໂລຈິດສຕິກ ໂດຍເປັນສິ່ງໜຶ່ງຊ່ວຍສະໜັບສະໜູນອີກດ້ານໜຶ່ງຂອງ ຍຸດທະສາດໂລຈິດຊະຕິກແຫ່ງຊາດ ເພື່ອໃຫ້ບັນລຸເປົ້າໝາຍຄວາມສໍາເລັດ ແລະ ເກີດຄວາມສະດວກສະບາຍຢ່າງຮອບດ້ານ.

ພ້ອມກັນນັ້ນກໍ່ເປັນການຊ່ວຍສ້າງການສຶກສາທາງດ້ານເທັກໂນໂລຊີດິຈີຕອນຂອງປະເທດລາວໃຫ້ເຊື່ອມຕໍ່ກັບ ເທັກໂນໂລຊີດິຈີິຕອນສາກົນ ສິ່ງເຫຼົ່າໄດ້ກຳນົດກົນໄກການປະສານງານໃຫ້ເປັນຂັ້ນຕອນ ແລະ ແບ່ງປັນບົດບາດໜ້າທີ່ຮັບຜິດຊອບຢ່າງຊັດເຈນໃຫ້ແກ່ການບໍລິຫານທັງພາຍໃນບັນດາກະຊວງ, ອົງການຈັດຕັ້ງສູນກາງ, ອົງການປົກຄອງທ້ອງຖິ່ນ, ອົງການຈັດຕັ້ງສາກົນ ແລະ ບັນດາຫົວໜ່ວຍທຸລະກິດ

ບໍລິສັດ ດີ.ທີ.ຊີ. ລາວ ຈໍາກັດ ຈະສ້າງຜະລິດຕະພັນໃໝ່ໆໃຫ້ແກ່ ໂຄງລ່າງພື້ນຖານຂອງໂທລະຄົມມະນາຄົມ ແລະ ເທັກໂນໂລຊີດິຈີຕອນແມ່ນໂດຍປະກອບມີ 7 ປະເພດສິນຄ້າຄື:

  1. ເມືອງທັນສະໄໝ
  2. ໂລຈິດສຕິກທັນສະໄໝ
  3. ອຸດສາຫະກໍາທັນສະໄໝ
  4. ການກໍ່ສ້າງທັນສະໄໝ
  5. ຕິດຕາມພາຫະນະທັນສະໄໝ
  6. ກະສິກໍາທັນສະໄໝ
  7. ແອັບມືຖືທັນສະໄໝ