gps

ຈຸດສໍາຄັນກ່ຽວກັບການຕິດຕາມ GPS Tracking

ການຕິດຕາມ GPS ຫມາຍເຖິງການນໍາໃຊ້ຂອງ Global Positioning System (GPS) ເພື່ອກໍານົດສະຖານທີ່ຊັດເຈນຂອງບຸກຄົນ, ຍານພາຫະນະ ຫຼື ຊັບສິນໃນເວລາທີ່ແທ້ຈິງ, ລະບົບ GPS ເປັນລະບົບນໍາທາງໂດຍດາວທຽມທີ່ອະນຸຍາດໃຫ້ຜູ້ໃຊ້ສາມາດໄດ້ຮັບຂໍ້ມູນສະຖານທີ່ ແລະ ເວລາຢູ່ທຸກບ່ອນໃນ ຫຼື ຢູ່ໃສ່ຂອງໂລກ

ນີ້ແມ່ນບາງຈຸດສໍາຄັນກ່ຽວກັບການຕິດຕາມ GPS:

  1. GPS System: ລະບົບກຳນົດຕຳແໜ່ງທົ່ວໂລກປະກອບດ້ວຍເຄືອຂ່າຍດາວທຽມທີ່ໂຄຈອນຮອບໂລກ, ເຄື່ອງຮັບ GPS, ເຊິ່ງສາມາດພົບໄດ້ໃນອຸປະກອນເຊັ່ນ: ໂທລະສັບສະຫຼາດ, ແທັບເລັດ, ຫຼືເຄື່ອງຕິດຕາມ GPS ທີ່ອຸທິດຕົນ, ໃຊ້ສັນຍານຈາກດາວທຽມເຫຼົ່ານີ້ເພື່ອຄິດໄລ່ສະຖານທີ່ທີ່ແນ່ນອນຂອງຜູ້ໃຊ້
  2. GPS Tracking Devices: ມີປະເພດຕ່າງໆຂອງອຸປະກອນຕິດຕາມ GPS ທີ່ຖືກອອກແບບເພື່ອຈຸດປະສົງທີ່ແຕກຕ່າງກັນ, ອຸ​ປະ​ກອນ​ເຫຼົ່າ​ນີ້​ສາ​ມາດ​ໄດ້​ຮັບ​ການ​ຕິດ​ຕັ້ງ​ໃນ​ຍານ​ພາ​ຫະ​ນະ​, ຕິດ​ກັບ​ລາຍ​ການ​ສ່ວນ​ບຸກ​ຄົນ​ ຫຼື​ ປະ​ສົມ​ປະ​ສານ​ກັບ​ອຸ​ປະ​ກອນ​ມື​ຖື​
  3. Real-Time Tracking: ການຕິດຕາມ GPS ຊ່ວຍໃຫ້ການຕິດຕາມສະຖານທີ່ຂອງວັດຖຸທີ່ຖືກຕິດຕາມໃນເວລາຈິງ, ຂໍ້ມູນນີ້ມັກຈະເຂົ້າເຖິງໄດ້ຜ່ານເວທີເວັບ ຫຼືແອັບຯມືຖື
  4. Applications:
    – Vehicle Tracking: ການຕິດຕາມ GPS ແມ່ນຖືກນໍາໃຊ້ທົ່ວໄປສໍາລັບການຄຸ້ມຄອງເຮືອ, ໃຫ້ທຸລະກິດສາມາດຕິດຕາມສະຖານທີ່ ແລະ ການເຄື່ອນໄຫວຂອງຍານພາຫະນະຂອງພວກເຂົາ.
    – Personal Tracking: ບຸກຄົນບາງຄົນໃຊ້ GPS ຕິດຕາມເພື່ອຄວາມປອດໄພສ່ວນບຸກຄົນເຊັ່ນ: ການຕິດຕາມສະຖານທີ່ຂອງສະມາຊິກໃນຄອບຄົວຫຼືການຕິດຕາມສະຖານທີ່ຂອງສິ່ງຂອງທີ່ມີຄຸນຄ່າ.
    – Asset Tracking: ການຕິດຕາມ GPS ສາມາດຖືກນໍາໃຊ້ເພື່ອຕິດຕາມສະຖານທີ່ຂອງຊັບສິນທີ່ມີຄຸນຄ່າເຊັ່ນ: ຕູ້ຄອນເທນເນີ, ອຸປະກອນ ຫຼື ການຫຸ້ມຫໍ່
  5. Geofencing: Geofencing ເປັນຄຸນສົມບັດໃນລະບົບການຕິດຕາມ GPS ທີ່ອະນຸຍາດໃຫ້ຜູ້ໃຊ້ສາມາດກໍານົດຂອບເຂດ virtual. ເມື່ອວັດຖຸທີ່ຕິດຕາມເຂົ້າມາ ຫຼື ອອກຈາກພື້ນທີ່ທີ່ກຳນົດໄວ້, ລະບົບສາມາດສົ່ງການແຈ້ງເຕືອນ ຫຼື ການແຈ້ງເຕືອນໄດ້
  6. Data Storage and History: ລະບົບຕິດຕາມ GPS ຈໍານວນຫຼາຍເກັບຮັກສາຂໍ້ມູນສະຖານທີ່ປະຫວັດສາດ, ໃຫ້ຜູ້ໃຊ້ສາມາດທົບທວນຄືນການເຄື່ອນໄຫວແລະເສັ້ນທາງທີ່ຜ່ານມາ
  7. Privacy Concerns: ການນໍາໃຊ້ການຕິດຕາມ GPS ເຮັດໃຫ້ເກີດຄວາມກັງວົນດ້ານຄວາມເປັນສ່ວນຕົວ, ໂດຍສະເພາະໃນເວລາທີ່ມັນມາກັບການຕິດຕາມບຸກຄົນໂດຍບໍ່ມີການຍິນຍອມຂອງເຂົາເຈົ້າ, ກົດໝາຍ ແລະ ລະບຽບການແຕກຕ່າງກັນໄປຕາມຂອບເຂດສິດອຳນາດ ແລະ ມັນເປັນສິ່ງສຳຄັນທີ່ຈະຕ້ອງຮູ້ ແລະ ປະຕິບັດຕາມກົດລະບຽບຄວາມເປັນສ່ວນຕົວໃນທ້ອງຖິ່ນ
  8. Battery Life: ຊີວິດຫມໍ້ໄຟແມ່ນພິຈາລະນາສໍາລັບອຸປະກອນທີ່ອີງໃສ່ການຕິດຕາມ GPS, ໂດຍສະເພາະສໍາລັບອຸປະກອນຂະຫນາດນ້ອຍ, ແບບພົກພາ. ບາງອຸປະກອນໃຊ້ຄຸນສົມບັດປະຢັດພະລັງງານເພື່ອຍືດອາຍຸແບັດເຕີຣີ.

ມັນເປັນສິ່ງຈໍາເປັນທີ່ຈະນໍາໃຊ້ເຕັກໂນໂລຊີການຕິດຕາມ GPS ຢ່າງມີຄວາມຮັບຜິດຊອບ ແລະ ຢູ່ໃນຂອບເຂດທາງດ້ານກົດຫມາຍ ແລະ ຈັນຍາບັນ, ເຄົາລົບຄວາມເປັນສ່ວນຕົວ ແລະ ກົດລະບຽບການປົກປ້ອງຂໍ້ມູນໃນພາກພື້ນຂອງທ່ານ

ເຊັນສັນຍາຮ່ວມມືສ້າງຕັ້ງ ບໍລິສັດ ດີ.ທີ.ຊີ. ລາວ ຈໍາກັດ

ໃນວັນທີ່ 25/07/2023 ໄດ້ມີພິທີເຊັນສັນຍາຮ່ວມມືສ້າງຕັ້ງ ບໍລິສັດ ດີ.ທີ.ຊີ. ລາວ ຈໍາກັດ ລະຫວ່າງ ບໍລິສັດ ສຸດາພອນການຄ້າ ຂາເຂົ້າ-ຂາອອກ ແລະ ບໍລິການ ຈຳກັດ ຮ່ວມກັບ ບໍລິສັດ ດີ.ທີ.ຊີ. ເອັນເຕີໄພຣສ ຈຳກັດ (ມະຫາຊົນ) ຂອງປະເທດໄທ

ໂດຍປະຕິບັດຕາມວິໄສທັດການພັດທະນາເສດຖະກິດດີຈິຕອນ ແຫ່ງຊາດ ໄລຍະ 20 ປີ (2021-2040) ຍຸດທະສາດການພັດທະນາເສດຖະກິດດິຈີຕອນ ແຫ່ງຊາດ ໄລຍະ 10 ປີ (2021-2030) ແລະ ແຜນພັດທະນາ ເສດຖະກິດດິຈີຕອນ ແຫ່ງຊາດ ໄລຍະ 5 ປີ (2021-2025) ໂດຍ ປະກອບມີ 8 ຍຸດທະສາດການພັດທະນາ ແລະ 14 ແຜນງານ ຂອງລັດຖະບານ ແຫ່ງ ສປປ ລາວ ໃນການຮັບປະກັນໃຫ້ບັນດາກະຊວງ, ອົງການຈັດຕັ້ງສູນກາງ, ອົງການປົກຄອງຂັ້ນທ້ອງຖິ່ນ, ບັນດາອົງການຈັດຕັ້ງສາກົນ ແລະ ບັນດາຫົວໜ່ວຍທຸລະກິດເອກະຊົນ ໃຫ້ສາມາດດຳເນີນງານຢ່າງມີປະສິດທິພາບມາດຕະຖານ ແລະ ຜົນການປະຕິບັດງານໃຫ້ເກີດປະສິດທິຜົນສູງສຸດ ໂດຍການຫັນປ່ຽນລະບົບເທັກໂນໂລຍີທີ່ທັນສະໄໝໃຫ້ກາຍເປັນ ດິຈີຕອນ ໄປໃນລວງດຽວກັນ ໂດຍການສະໜັບສະໜູນຈາກພາກລັດຖະບານໃຫ້ດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ເຂົ້າມາມີສ່ວນຮ່ວມ ໃນການຈັດຕັ້ງໃຫ້ວິໄສທັດການພັດທະນາເສດຖະກິດດິຈີຕອນ ແຫ່ງຊາດ ກ້າວໜ້າໄປສູ່ຜົນສຳເລັດບັນລຸຕາມເປົ້າໝາຍໃນຂອບເຂດທົ່ວປະເທດ, ເພື່ອເປັນການປັບປຸງ ແລະ ນຳໃຊ້ໂຄງລ່າງພື້ນຖານທາງດ້ານເທັກໂນໂລຊີຂອງບັນດາປະເທດທີ່ມີຄວາມຈະເລີນກ້າວໜ້າດ້ານນະວັດຕະກຳ ແລະ ຄວາມເຫລື່ອມລໍ້າດ້ານດິຈີຕອນມາຊ່ວຍສະໜັບສະໜູນພາກໂທລະຄົມມະນາຄົມ ແລະ ບັນດາຫົວໜ່ວຍທຸລະກິດໃຫ້ເກີດຄວາມສະດວກສະບາຍໃນການດຳເນີນງານ ໂດຍນຳໃຊ້ໂຄງລ່າງພື້ນຖານ, ອິນເຕີເນັດ ແລະ ເທັກໂນໂລຊີດິຈີຕອນ ເພື່ອນໍາໃຊ້ລະບົບໂປຣແກຣມຊ່ວຍສົ່ງເສີມການປະຕິບັດງານທີ່ມີການຈັດການວຽກງານດ້ວຍຄວາມວ່ອງໄວ ແລະ ຊັດເຈນຖືກຕ້ອງ ໂດຍກ້າວໄປສູ່ການຖ່າຍທອດນະວັດຕະກຳຈາກເທັກໂນໂລຊີ ຈາກປະເທດເພື່ອນບ້ານທີ່ມີຜົນປະສົບການຫຼາຍຢ່າງ ແລະ ມີຄວາມຮູ້ຄວາມສາມາດສະສົມມາຈາກຫຼາກຫຼາຍດ້ານທີ່ກ່ຽວຜັນກັບດ້ານການປົກຄອງ, ພາກເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ການລິເລີ່ມຈາກເຕັກໂນໂລຊີທີ່ຫຼ້າສະໄໝ ກ້າວໄປສູ່ເທັກໂນໂລຊີທັນສະໄໝສາມາດຕອບໂຈດບັນຫາ ແລະ ຊ່ວຍຫາແນວທາງແກ້ໄຂຂໍ້ຫຍຸ້ງຍາກ, ເພື່ອໃຫ້ລະບົບດິຈີຕອນຂອງປະເທດລາວ ໄດ້ຮັບການພັດທະນາໄປຕາມແຜນງານທີ່ລັດຖະບານໄດ້ກຳນົດໄວ້ ທາງພວກຂ້າພະເຈົ້າ ບໍລິສັດ ສຸດາພອນການຄ້າ ຂາເຂົ້າ-ຂາອອກ ແລະ ບໍລິການ ຈຳກັດ, ໄດ້ມີການສຶກສາຄົ້ນຄວ້າທົດລອງນໍາໃຊ້ຜະລິດຕະພັນຫຼາຍຢ່າງເປັນຕົ້ນ

  1. ລະບົບການຕິດຕາມລົດບັນທຸກ ແລະ ລົດຂົນສົ່ງສິນຄ້າ GPS Tracking
  2. ວິດີໂອຕິດຕາມພາຍໃນ ແລະ ພາຍນອກພາຫະນະ CCTV
  3. ລະບົບອີຊິວ E-Seals
  4. ລະບົບບໍລິຫານຈັດການສາງ
  5. ລະບົບໂປຣແກຣມບໍລິຫານຈັດການຂົນສົ່ງ TMS (Transport Management System)

ຈາກສິ່ງທີ່ໄດ້ນຳໃຊ້ ແລະ ສຳພັດກັບຕົວຈິງ ຈຶ່ງເຫັນໄດ້ວ່າເຕັກໂນໂລຊີເຫຼົ່ານີ້ມີຄວາມສໍາຄັນ ໃນການຊ່ວຍກະຕຸ້ນໃຫ້ເສດຖະກິດຈະເລີນເຕີບໂຕໄດ້ຢ່າງວ່ອງໄວ ທາງພວກຂ້າພະເຈົ້າຈື່ງໄດ້ ມີການປະຊຸມປຶກສາຫາລືຫຼາຍຮອບຫຼາຍຄັ້ງຮ່ວມກັບທາງ ບໍລິສັດ ດີ.ທີ.ຊີ. ເອັນເຕີໄພ ມະຫາຊົນ ປະເທດໄທ ມຸ່ງເນັ້ນເຂົ້າສູ່ການຮ່ວມມືຈາກຄູ່ຄ້າກາຍມາເປັນຄູ່ຮ່ວມທຸລະກິດ ຊ່ວຍດຶງດູດເອົາບັນດາເຕັກໂນໂລຊີ ແລະ ບັນດາຜະລິດຕະພັນສິນຄ້າທີ່ມີຄຸນນະພາບສູງ ເພື່ອເປັນການຊຸກຍູ້ສົ່ງເສີມການລົງທຶນທາງດ້ານດິຈີຕອນ ໂດຍສະເພາະສິ່ງທີ່ຄາດໝາຍຈະເກີດຂຶ້ນຈາກການຮ່ວມມືປະກອບມີ 4 ລະບົບເປັນປັດໄຈຕົ້ນຕໍຄື:

  1. ລະບົບການຕິດຕາມພາຫະນະແບບອັດສະລິຍະ GPS Tracking System
  2. ລະບົບກ້ອງຕິດຕາມລົດ Mobile DVR
  3. ຊອບແວໃໝ່ໆ Software
  4. ບົດສະຫລຸບແກ້ໄຂ Solution

ພາຍຫຼັງການເຈລະຈາທັງສອງພວກຂ້າພະເຈົ້່າທັງສອງຈຶ່ງໄດ້ຕົກລົງຮ່ວມມືກັນສ້າງຕັ້ງ ບໍລິສັດ ດີ.ທີ.ຊີ ລາວ ຈໍາກັດຂຶ້ນ ເພື່ອເປັນການສ້າງ ແລະ ພັດທະນາຊັບພະຍາກອນມະນຸດ, ຈຸດສຸມໃນການນໍາເອົາລະບົບເທັກໂນໂລຊີທີ່ ຄົນລາວສາມາດສຶກສາຮຽນຮູ້ວິທີການນໍາໃຊ້ ແລະ ສາມາດຮຽນຮູ້ໃນການພັດທະນາລະບົບໂປຣແກຣມໃໝ່ທີ່ຈະນຳເຂົ້າມາໃຊ້ໃນການບໍລິການດ້ານເທັກໂນໂລຊີດິຈີຕອນ ໂດຍສິ່ງເຫຼົ່ານີ້ຈະຊ່ວຍຫລຸດຜ່ອນຄ່າໃຊ້ຈ່າຍເປັນ ຕົ້ນການຊອກຫາບັນດາໂຮງຮຽນສຶກສາດ້ານເທັກໂນໂລຊີດິຈີຕອນ, ຂັ້ນຕອນການດໍາເນີນງານຈະຖືກປັບສ້າງເປັນປຶ້ມຄູ່ມືມາດຕະຖານການປະຕິບັດງານ, ມີ ຜູ້ຄົ້ນຄວ້າທາງດ້ານເທັກໂນໂລຊີ, ຫລຸດຜ່ອນການສູນເສຍເວລາໃນການພັດທະນາດິຈີຕອນ, ຫລຸດຜ່ອນຄ່າໃຊ້ຈ່າຍໃນການຕ້ອງສົ່ງຄົນອອກໄປສຶກສາຄົ້ນຄວ້າຢູ່ຕ່າງປະເທດ.

ສິ່ງທີ່ຈະໄດ້ຜົນປະໂຫຍດສູງສຸດແກ່ປະເທດຊາດຄື ບໍລິສັດ ດີ.ທີ.ຊີ ລາວ ຈໍາກັດ ຈະຊ່ວຍເຫຼືອພາກລັດໃນການ ຫັນປ່ຽນການຄຸ້ມຄອງພາຫະນະທັງພາຍໃນ ແລະ ພາຍນອກ ທີ່ມີການເຄື່ອນໄຫວໃນປະເທດລາວ ໄດ້ຖືກຄຸ້ມ ຄອງຕິດຕາມຢ່າງຊັດເຈນກໍານົດຈຸດທີ່ຢູ່ຂອງພາຫະນະ ແລະ ມີລະບົບເຕືອນໄພໃນກໍລະນີທີ່ມີການປະຕິບັດ ລ່ວງລະເມີດລະບຽບຂໍ້ກຳນົດ ແລະ ກົດໝາຍ, ພັດທະນາສິ່ງອໍານວຍຄວາມສະດວກໃຫ້ແກ່ການບໍລິຫານຈັດ ການພາຫະນະເຂົ້າສັນຈອນໄປມາຕາມຖະໜົນຫົນທາງ, ການເຊື່ອມຕໍ່ຂໍ້ມູນຂ່າວສານຂອງພາຫະນະທຸກຊະນິດ ປ້ອງກັນບໍ່ໃຫ້ເກີດຄວາມເສຍຫາຍຈາກການລັກຂະໂມຍ, ການບໍລິຫານຈັດການດ້ານພາຫະນະໃຫ້ຊ່ວຍໃນການ ດຳເນີນທຸລະກິດດ້ານໂລຈິດສຕິກ ໂດຍເປັນສິ່ງໜຶ່ງຊ່ວຍສະໜັບສະໜູນອີກດ້ານໜຶ່ງຂອງ ຍຸດທະສາດໂລຈິດຊະຕິກແຫ່ງຊາດ ເພື່ອໃຫ້ບັນລຸເປົ້າໝາຍຄວາມສໍາເລັດ ແລະ ເກີດຄວາມສະດວກສະບາຍຢ່າງຮອບດ້ານ.

ພ້ອມກັນນັ້ນກໍ່ເປັນການຊ່ວຍສ້າງການສຶກສາທາງດ້ານເທັກໂນໂລຊີດິຈີຕອນຂອງປະເທດລາວໃຫ້ເຊື່ອມຕໍ່ກັບ ເທັກໂນໂລຊີດິຈີິຕອນສາກົນ ສິ່ງເຫຼົ່າໄດ້ກຳນົດກົນໄກການປະສານງານໃຫ້ເປັນຂັ້ນຕອນ ແລະ ແບ່ງປັນບົດບາດໜ້າທີ່ຮັບຜິດຊອບຢ່າງຊັດເຈນໃຫ້ແກ່ການບໍລິຫານທັງພາຍໃນບັນດາກະຊວງ, ອົງການຈັດຕັ້ງສູນກາງ, ອົງການປົກຄອງທ້ອງຖິ່ນ, ອົງການຈັດຕັ້ງສາກົນ ແລະ ບັນດາຫົວໜ່ວຍທຸລະກິດ

ບໍລິສັດ ດີ.ທີ.ຊີ. ລາວ ຈໍາກັດ ຈະສ້າງຜະລິດຕະພັນໃໝ່ໆໃຫ້ແກ່ ໂຄງລ່າງພື້ນຖານຂອງໂທລະຄົມມະນາຄົມ ແລະ ເທັກໂນໂລຊີດິຈີຕອນແມ່ນໂດຍປະກອບມີ 7 ປະເພດສິນຄ້າຄື:

  1. ເມືອງທັນສະໄໝ
  2. ໂລຈິດສຕິກທັນສະໄໝ
  3. ອຸດສາຫະກໍາທັນສະໄໝ
  4. ການກໍ່ສ້າງທັນສະໄໝ
  5. ຕິດຕາມພາຫະນະທັນສະໄໝ
  6. ກະສິກໍາທັນສະໄໝ
  7. ແອັບມືຖືທັນສະໄໝ
Posts-008

ວິທີແກ້ໄຂບັນຫາ ຄອມພິວເຕີຊ້າ

ບັນຫາຄອມພິວເຕີຊ້າ ອາດມີ 2 ສາເຫດຄື: ໃຊ້ ງານໄປດົນໆແລ້ວຊ້າ ໃນໄລຍະນີ້ອາດເກິດຈາກລະ ບົບມີຟາຍທີ່ເປັນຂີ້ເຫຍື້ອ ຫຼື ຂໍ້ມູນ ແລະ ໂປຼແກຼມຫຼາຍເກີນໄປ ວິທີແກ້ໄຂ ຄື ຕ້ອງຈັດການຂໍ້ມູນ ແລະ ຟາຍ ໃຫ້ລະບົບກັບ ມາເປັນປົກກະຕິຄືເກົ່າ ລວມເຖິງການຈັດການພື້ນທີ່ໃນຄອມພິວເຕີ ໃຫ້ມີພື້ນທີ່ຫວ່າງພໍສຳລັບການເຮັດວຽກ

ອີກໜຶ່ງສາເຫດທີ່ເຮັດໃຫ້ຄອມພິວເຕີຊ້າລົງກໍ່ຄື: ຮາດແວທີ່ໃຊ້ງານຢູ່ເກົ່າເກີນໄປ ເຮັດໃຫ້ບໍ່ສາມາດຮອງ ຮັບຊອບແວ ບໍ່ວ່າຈະເປັນເກມ ຫຼື ແອັບພຼີເຄຊັນໃໝ່ໆໄດ້ດີ ການແກ້ໄຂກໍ່ຕ້ອງອັບເກຼດ ຫຼື ປ່ຽນຄອມພິວເຕີເຄື່ອງ ໃໝ່ ເປັນແນວທາງທີ່ ເໝາະສົມຢ່າງຍິ່ງ ແຕ່ໃນບາງກໍລະນີ ການແກ້ໄຂແບບປະສົມປະສານຮ່ວມກັນ ລະຫວ່າງ ການຈັດການຂໍ້ມູນ ແລະ ອັບເກຼດ ກໍສາມາດຊ່ວຍໃຫ້ຄືກັບໄດ້ໃຊ້ຄອມພິວເຕີໜ່ວຍໃໝ່ ແລະ ເສຍຄ່າໃຊ້ຈ່າຍ ໜ້ອຍລົງ

ຂັ້ນຕອນມີ

  • ຈັດການຟາຍຂໍ້ມູນຢູ່ໃນຮາດດິດ: ເປັນສິ່ງທີ່ຄວນເຮັດເປັນຢ່າງຍິ່ງ ເພາະນອກຈາກຈະເປັນການເກັບກວດພື້ນທີ່ຢູ່ພາຍໃນຄອມພິວເຕີໃຫ້ຫວ່າງຫຼາຍຂຶ້ນແລ້ວ ຍັງຊ່ວຍ ໃຫ້ທ່ານສາມາດຈັດລະບຽບຟາຍອີກທາງໜຶ່ງໃນການຫຼຸດບັນຫາການເກັບຟາຍຊໍ້າຊ້ອນກັນໄດ້ອີກດ້ວຍ
  • ລົບຟາຍຂີ້ເຫຍື້ອ ແລະ ລົບໂປຼແກຼມ ທີ່ບໍ່ໄດ້ນໍາໃຊ້: ຟາຍຂີ້ເຫຍື້ອຢູ່ໃນທີ່ຕ່າງໆ ບໍ່ວ່າຈະເປັນ Temporary file, History ຫຼືຈະເປັນClipboard ມີສ່ວນເຮັດ ໃຫ້ລະບົບເຮັດວຽກໄດ້ຊ້າລົງ ເນື່ອງຈາກໃຊ້ຊັບພະຍາກອນຂອງຄອມພິວເຕີຫຼາຍຂຶ້ນ ການໃຊ້ Disk-Cleanup ແລະUninstall program ຈຶ່ງຊ່ວຍໃຫ້ລະບົບເຮັດ ວຽກໄດ້ຢ່າງສະດວກ
  • ປ່ຽນໄປໃຊ້ SSD: ດ້ວຍຄວາມໄວລະດັບ 500MB/s ຂອງ SSD ໃຫ້ການປ່ຽນຖ່າຍຂໍ້ມູນໄດ້ດີກວ່າ Hard disk ປົກກະຕິຫຼາຍເທົ່າ ເຮັດໃຫ້ການໂອນຖ່າຍຂໍ້ມູນ ຂະໜາດໃຫຍ່ໄດ້ວ່ອງໄວກວ່າ ລວມເຖິງການເປີດເຂົ້າເກມໄດ້ໄວຍິ່ງຂຶ້ນ
  • ຍ້າຍໂປຼແກຼມມາຕິດຕັ້ງໄວ້ໃນ SSD: ເມື່ອປ່ຽນເປັນ SSD ແລ້ວ, ຫາກຕ້ອງການໃຫ້ເປິດໂປຼແກຼມ ຫຼື ເກມ ໄດ້ໄວຂຶ້ນ ກໍຄວນຈະຄິດຕັ້ງລົງທີ່ SSD ແລະ Hard disk ໄວ້ສໍາລັບຈັດເກັບຂໍ້ມູນເທົ່ານັ້ນ
  • ໃຊ້ໂປຼກແກຼມສຳລັບຈັດການ SSD: ເຮົາສາມາດເພີ່ມປະສິດທິພາບໃຫ້ການເຮັດວຽກ ດ້ວຍການໃຊ້ໂປຼແກຼມປັບແຕ່ງ ເຊັ່ນ SSD Tweaker ເພື່ອເປີດຟັງເຊິນໃນ ການເຮັດວຽກ ແລະ Optimize SSD ເພື່ອໃຫ້ຄອມພິວເຕີເຮັດວຽກໄດ້ວ່ອງໄວ
Posts-002

ປະໂຫຍດຂອງ GPS Tracking ໃຊ້ກັບລົດຂົນສົ່ງ

  1. ຊ່ວຍຫຼຸດຕົ້ນທຶນ ແລະ ເພີ່ມກໍາໄລຂອງບໍລິສັດໄດ້
    ເນື່ອງຈາກວ່າອຸປະກອນ GPS Tracking ສາມາດໃຫ້ຂໍ້ມູນການຂົນສົ່ງໄດ້ ເຊິ່ງເຮັດໃຫ້ເຮົາວາງແຜນການຂົນສົ່ງ ແລະ ສາມາດຕິດຕາມເບິ່ງພຶດຕິກໍາການຂົນສົ່ງຂອງພະນັກງານໄດ້ ເຮັດໃຫ້ການຂົນສົ່ງມີປະສິດທິພາບຫຼາຍຍິ່ງຂຶ້ນ
  2. ປ້ອງກັນການທຸຈະລິດໃນການຂົນສົ່ງ
    ລະຫວ່າງທຳການຂົນສົ່ງຂອງພະນັກງານປົກກະຕິເຮົາບໍ່ສາມາດຮູ້ໄດ້ວ່າ ພະນັກງານກໍາລັງຂົນສົ່ງຢູ່ ຫຼື ອາດຈະອອກນອກເສັ້ນທາງການຂົນສົ່ງ ຫາກອອກຈາກເສັ້ນທາງກໍ່ເຮັດໃຫ້ສິ້ນເປືອງນ້ຳມັນໄດ້ ແຕ່ຫາກໃຊ້ GPS Tracking ຊ່ວຍການນຳທາງ ກໍເຮັດໃຫ້ການຂົນສົ່ງປະຢັດຄ່າໃຊ້ຈ່າຍ ແລະ ວ່ອງໄວຫຼາຍຂຶ້ນ
  3. ລາຍງານຄວາມໄວເກີນກໍານົດ
    ຄວາມປອດໄພຖືເປັນຄວາມສໍາຄັນຫຼາຍໃນການຂັບລົດທີ່ມີອັດຕາການເກີດອຸບັດເຫດຂຶ້ນເລື້ອຍໆ ກໍມາຈາກການຂັບລົດໄວເກີນກໍານົດ ຈະເປັນການດີຫຼາຍຖ້າຫາກເຮົາຮູ້ວ່າພະນັກງານຂັບລົດໄວເທົ່າໃດ ຫາກຂັບລົດໄວເກີນກໍານົດເຮົາສາມາດເຕືອນເລື່ອງຄວາມໄວໃນການຂັບລົດຂອງພະນັກງານໄດ້
  4. ການເລືອກເສັ້ນທາງທີ່ດີກວ່າ
    ການວາງແຜນເລື່ອງເສັ້ນທາງກໍ່ເປັນສ່ວນສໍາຄັນອີກຢ່າງໜື່ງ ທີ່ຈະຊ່ວຍໃຫ້ຫຼຸດເວລາ ຫຼຸດໄລຍະທາງການຂົນສົ່ງໄດ້ຫຼາຍຂຶ້ນ ເຊິ່ງຫາກເຮົາເລືອກເສັ້ນທາງທີ່ດີກວ່າ ຫຼຸດການຕິດຄັດຂອງຈາລາຈອນ ແລິ ມີຄວາມພອດໄພໃນການຂົນສົ່ງຈະຊ່ວຍໃຫ້ຫຼຸດເວລາໃນການຂົນສົ່ງໄດ້ ໂດຍທີ່ບໍ່ຕ້ອງຂບລົດດ້ວຍຄວາມໄວເລີຍ
  5. ດຶງເບິ່ງຂໍ້ມູນການຂົນສົ່ງຍ້ອນຫຼັງ
    ເປັນສ່ວນທີ່ໜ້າສົນໃຈອີກຢ່າງໜື່ງ ເພື່ອມາເຮັດເປັນລາຍງານໃນການຂົນສົ່ງໄດ້ຢ່າງເຊັ່ນ: ລາຍຄວວາມໄວໃນການຂັບລົດ, ລາຍງານການຈອດດັບເຄື່ອງຈັກ, ລາຍງານການເຂົ້າ-ອອກວຽກເປັນຕົ້ນ ເຊິ່ງເປັນສ່ວນສໍາຄັນໃນການປັບປຸງ ແລະ ພັດທະນາການຂົນສົ່ງໃຫ້ດີຫຼາຍຂຶ້ນ ດ້ວຍຂໍ້ມູນລາຍງານຕ່າງໆນີ້
  6. ໃຫ້ຂໍ້ມູນທີ່ຊັດເຈນໃຫ້ກັບລູກຄ້າ
    ເມື່ຶອມີຄໍາຖາມມາຈາກລູກຄ້າວ່າ ສິນຄ້າຈະມາເຖິງເວລາໃດ ເຮົາສາມາດໃຫ້ຂໍ້ມູນທີ່ມີຄວາມຊັດເຈນໃຫ້ກັບລູກຄ້າໄດ້ ໂດຍຂົນຫາຕໍາແໜ່ງລົດຂົນສົ່ງຢຸ່ສະຖານທີ່ໃດ ເພື່ອໃຫ້ລູກຄ້າສາມາດກຽມຕົວໄດ້ຖືກເວລາ ແລະ ເພີ່ມລະດັບຄວາມເພິ່ງພໍໃຈຂອງລູກຄ້າໄດ້

 

Posts-001

ຄຳວ່າ Tracking ແມ່ນຫຍັງ

GPS Tracking ຄຳວ່າ ” Tracking ” ຖ້າແປໂດຍກົງ ແມ່ນການຕິດຕາມ

ສະນັ້ນ, GPS Tracking ແມ່ນ GPS ສຳລັບຕິດຕາມ. ໃນປະຈຸບັນ, ມີຫລາຍບໍລິສັດທີ່ນຳ GPS Tracking ຂຶ້ນມາເພື່ອໃຊ້ໃນການຕິດຕາມສິ່ງຕ່າງໆ

Posts-003

GPS ຕິດຕາມຍານພາຫະນະແມ່ນຫຍັງ

ກ່ອນຈະເວົ້າເຖິງ GPS ຕິດລົດຍົນ ຫຼື GPS ຕິດຕາມລົດ ເຮົາຕ້ອງທໍາຄວາມຮູ້ຈັກສ່ວນສໍາຄັນທີ່ສຸດ ເຊິ່ງນັ້ນກໍ່ຄື GPS ກ່ອນ

ໂດຍ GPS ນັ້ນຫຍໍ້ມາຈາກ Global Positioning System (GPS) ເຊິ່ງນັ້ນກໍ່ແມ່ນ ລະບົບກໍານົດຕໍາແໜ່ງບົນໂລກ, ເບິ່ງລາຍລະອຽດເພີ່ມເຕີມ ເຊິ່ງຈະສາມາດບອກຕໍາແໜ່ງເຖິງພື້ນໂລກ ໂດຍໃຊ້ອຸປະກອນຮັບສັນຍານ GPS ເຊິ່ງຈະຄໍານວນຕໍາແໜ່ງຈາກສັນຍານທີ່ໄດ້ຮັບຈາກດາວທຽມ GPS ຫຼາຍໆດວງ

GPS ຕິດຕາມລົດ ຄືອຸປະກອນຕິດຕາມ ແລະ ກວດສອບຕໍາແໜ່ງຊະນິດໜື່ງ ເຊິ່ງມີສ່ວນປະກອບຫຼັກຄື: ອຸປະກອນຮັບສັນຍານ ເຊິ່ງຈະສາມາດຄໍານວນຕໍາແໜ່ງໄດ້ ດັ່ງທີ່ກ່າວມາຂ້າງເທິງ

ໂດຍອຸປະກອນຕິດຕາມໃນຍຸກທໍາອິດນັ້ນ ກໍຄື ອຸປະກອນຮັບສັນຍານ GPSທີ່ສາມາດບັນທຶກຂໍ້ມູນຕໍາແໜ່ງໄວ້ຕາມຊ່ວງເວລາ ຫຼ ຕາມໄລຍະທາງທີ່ກໍານົດໄວ້ ເຊິ່ງຈະເອີ້ນອີກຢ່າງໜື່ງວ່າ GPS Datalogger ຫຼື ເຄື່ອງບັນທຶກຂໍ້ມູນ GPS

GPS Datalogger ນັ້ນສາມາດຕິດຕາມຕໍາແໜ່ງ ໂດຍການບັນທຶກຕໍາແໜ່ງໄວ້ຕາມຊ່ວງເວລາ ແລະ ສາມາດດຶງຂໍ້ມູນກັບມາເບິ່ງຕໍແໜ່ງຍ້ອນຫຼັງໄດ້ ແຕ່ມີຂໍ້ເສຍຄືຕ້ອງນໍາອຸປະກອນ ຫຼື ໜ່ວຍຄວາມຈໍາມາເຊື່ອມຕໍ່ກັບລະບົບຕິດຕາມ ຫຼື ໂປຮແກມຕິດຕາມ ຈືງຈະສາມາດດຶງເບິ່ງຂໍ້ມູນທີ່ບັນທຶກໄວ້ໄດ້ ຫາກບໍ່ສາມາດນໍາອຸປະກອນ ຫຼື ໜ່ວຍຄວາມຈໍາກັບມາເຊື່ອມຕໍ່ ກໍ່ຍັງບໍ່ສາມາດດືງເບິ່ງຂໍ້ມູນໄດ້

ຫາກ GPS Datalogger ສາມາດສົ່ງຂໍ້ມູນໄປຍັງລະບົບຕິດຕາມໄດ້ທັນທີ ໂດຍບໍ່ຕ້ອງນໍາອຸປະກອນ ຫຼື ໜ່ວຍຄວາມຈໍາກັບມາເຊື່ອມຕໍ່ ກໍ່ຈະສາມາດກວດສອບຕໍາເເໜ່ງຂອງອຸປະໄດ້ທັນທີ. ການເຊື່ອມຕຊ່ທີຄວບຄຸມພື້ນທີ່ ແລະ ແຜ່ຫຼາຍກໍ່ຄື ເຄືອຂ່າຍໂທລະສັບມືຖື ເຊິ່ງສາມາດເຊື່ອມຕໍ່ ແລະ ສົ່ງຂໍ້ມູນໄປຍັງລະບົບຕິດຕາມໄດ້ທັນທີ ເຊິ່ງເຮົາຈະເອີ້ນວ່າ ອຸປະກອນຕິດຕາມຕໍາແໜ່ງດ້ວຍ GPS ເຊິ່ງຈະສາມາດນໍາໄປຕິດຕາມຄົນ, ສັດ ຫຼື ສິ່ງຂອງໃນທີ່ນີ້ ເຮົາຈະເວົ້າເຖິງການນໍາໄປຕິດຕັ້ງລົດຍົນ ແລະ ເອີ້ນວ່າ GPS ຕິດຕາມລົດ ຫຼື ເອີນສັ້ນໆວ່າ GPS ຕິດລົດ

GPS ຕິດຕາມລົດ ແມ່ນ ອຸປະກອນຕິດຕາມຕໍາແໜ່ງດ້ວຍ GPS ທີ່ອອກແບບມາໃຫ້ຕິດຕັ້ງໃນລົດ ເພື່ອເຮັດວຽກຮ່ວມກັບລະບົບຕິດຕາມລົດ, ເພື່ອກວດສອບ ແລະ ຕິດຕາມການໃຊ້ງານລົດ ເຊິ່ງຈະສາມາດກວດສອບຕໍາແໜ່ງລົດແບບ Realtime ໄດ້ທັນທີ ເຮັດໃຫ້ເຮົາຮູ້ວ່າ ປັດຈຸບັນລົດກໍາລັງມຸ້ງນ້າໄປທາງໃດ ດ້ວຍຄວາມໄວເທົ່າໃດ ຫຼື ມີການຈອດແວ່ພັກທີ່ຕໍາແໜ່ງໃດແດ່, ເປັນເວລາດົນເທົ່າໃດ ຫຼື ສາມາດເກັບຂໍ້ມູນອື່ນໆ ເພີ່ມເຕີມໄດ້ ເຊັ່ນ:​ ສະຖານະການຕິດເຄື່ອງ,​ ດັບເຄື່ອງຍົນ, ປະລິມານນ້ຳມັນໃນຖັງ, ອຸນຫະພູມໃນຫ້ອງສິນຄ້າ, ການກວດສອບວ່າໃຜເປັນຜູ້ຂັບຂີ່

Posts-004

ປະໂຫຍດທີ່ໄດ້ຈາກລະບົບ GPS Tracking

ປະໂຫຍດທີ່ໄດ້ຈາກລະບົບ GPS Tracking

  • ເພີ່ມປະສິດທິພາບລະບົບງານຂົນສົ່ງ ແລະ ບລິຫານຍານພາຫະນະ ໃຊ້ປະກອບການຕັດສິນໃຈສາມາດຄວບຄຸມ ຕິດຕາມ, ສັ່ງການ ແລະ ແກ້ໄຂສະຖານະການໄດ້ຢ່າງທັນເວລາ
  • ລົດຕົ້ນທຶນການດໍາເນີນທຸລະກິດຄວບຄຸມຄ່າໃຊ້ຈ່າຍໄດ້ທັງຄ່ານ້ຳມັນເຊື້ອເພີງ ແລະ ຄ່າສ້ອມບໍາລຸງ, ສາມາດຄວບຄຸມຄວາມໄວຂອງການໃຊ້ເຄື່ອງຍົນ ລວມທັງວາງແຜນການສ້ອມບໍາລຸງອີກດ້ວຍ
  • ຄວບຄຸມຕາລາງເວລາໃນການຂົນສົ່ງ ຊ່ວຍສົ່ງສິນຄ້າໄດ້ຖືກຕ້ອງ ແລະ ທັນເວລາ, ຄວບຄຸມການໃຊ້ເສັ້ນທາງ ສາມາດບອກລູກຄ້າໄດ້ວ່າຢູ່ໃສ, ຮອດຕອນໃດ ແລະ ລົດຄ່າແຮງງານລ່ວງໜ້າຂອງພະນັກງານ
  • ເພີ່ມຄວາມປອດໄພໃນການຂົນສົ່ງ ເຊິ່ງເປັນເລື່ອງທີ່ເສຍຫາຍຫຼາຍທັງສູນເສຍຊັບສິນ ແລະ ຊື່ສຽງ, ຊ່ວຍຄວບຄຸມການຂັບລົດບໍ່ໃຫ້ຂັບຂີ່ເກີນກໍານົດ ຫຼື ມີພຶດຕິກໍາຂັບຂີ່ອັນຕະລາຍ
  • ເພີ່ມພາບພົດຂອງບໍລິສັດ, ຊ່ວຍສ້າງຄວ່ມໝັ້ນໃຈ ແລະ ໄວ້ວາງໃຈການໃຫ້ບໍລິການລູກຄ້າ

ຂໍ້ດີ ຈາກຜູ້ປະກອບການຂົນສົ່ງສິນຄ້າ

ໃນແງ່ຂອງການລົດຕົ້ນທຶນ ແລະ ຄ່າໃຊ້ຈ່າຍຈາກການເດີນລົດເຊິ່ງເກີດຈາກການປະຢັດຄ່ານ້ຳມັນ ແລະ ລົດຄ່າໃຊ້ຈ່າຍຈາກການສ້ອມບໍາລຸງອັນເນື່ອງມາຈາກການອອກນອກເສັ້ນທາງ, ການຕິດຕັ້ງເຄື່ອງຍົນປະໄວ້, ການຂັບລົດໄວເຊິ່ງອາດເຮັດໃຫ້ເກີດອຸບັດຕິເຫດ ລວມເຖິງສາມາດກວດສອບໃນເລື່ອງຂອງການລັກລອບດູດນ້ຳມັນຂາຍຂອງພະນັກງານຂັບລົດ

ປ້ອງກັນການນໍາລົດໄປໃຊ້ຜິດວັດຖຸປະສົງ ເຊິ່ງຈະຊ່ວຍໃນການລົດພຶດຕິກໍາການໃຊ້ງານລົດທີ່ບໍ່ເໝາະສົມເຊັ່ນ:​ ການຢຸດພັກດົນເກີນໄປ, ການຈອດລົດຕິດເຄື່ອງເປັນເວລາດົນ ເພາະຂໍ້ມູນເຫຼົ່ານີ້ທ່ານອາດເຫັນແບບນາທີຕໍ່ນາທີ

ເປັນການດພີ່ມຄວາມປອດໄພໃນຊັບສິນ ຊ່ວຍລົດການເກີດອຸບັດຕິເຫດຈາກການໃຊ້ຄວາມໄວທີ່ບໍ່ເໝາະສົມ, ບໍລິຫານການເຮັດວຽກຂອງລົດໄດ້ດີຍິ່ງຂຶ້ນ ເຮັດໃຫ້ໃຊ້ງານລົດໄດ້ເຕັມປະສິດທິພາບ, ເພີ່ມປະສິດທິພາບໃນການຈັດການເດີນລົດໃຫ້ເກີດປະໂຫຍດສູງສຸດ ສາມາດປະມານເວລາໃນການເດີນທາງໄດ້

ສາມາດກວດສອບຄຸນນະພາບການຈັດສົ່ງໄດ້ຕະຫຼອດເວລາ ຕົວຢ່າງເຊັ່ນ: ອຸປະກອນວັດອຸນຫະພູມໃນຫ້ອງເຢັນເຮັດໃຫ້ສິນຄ້າທີ່ລູກຄ້າໄດ້ຮັບຈຶ່ງມີຄຸນນະພາບສູງ

ເພີ່ມຄຸນະພາບໃນການບໍລິການລູກຄ້າ ແລະ ການແຂ່ງຂັນທາງທຸລະກິດ ລູກຄ້າສ່ວນໃຫຍ່ຈະຮູ້ສຶກດີເພາະສາມາດຕິດຕາມການຂົນສົ່ງສິນຄ້າໄດ້ຕະຫຼອດ ສາມາດຕອບຄໍາຖາມລູກຄ້າໄດ້

ທັງໝົດທີ່ກ່າວມານີ້ເປັນຂໍ້ມູນຈາກຜູ້ປະກອບການຈາກຜູ້ຂົນສົ່ງສິນຄ້າ ເຊິ່ງໄດ້ມີການເສີມຕໍ່ໃນເລື່ອງຂອງການບໍລິການໃນອະນາຄົດທີ່ຈະທໍາໜ້າເວັບໄຊໃຫ້ລູກຄ້າສາມາດເຂົ້າມາກວດສອບການເດີນທາງຂອງສິນຄ້າໄດ້ທຸກທີທຸກເວລາ

 

 

Posts-005

ເພີ່ມປະສິດທິພາບການຂົນສົ່ງ ນຳໃຊ້ GPS ໃນການຕິດຕາມ

ສິ່ງສໍາຄັນໃນພາກທຸລະກິດໂລຈິດຕິກ ຄົງໜີບໍ່ພົ້ນເລື່ອງລົດຄ່າໃຊ້ຈ່າຍໃນການຂົນສົ່ງ ການລົດໄລຍະເວລາທີ່ໃຊ້ໃນການຂົນສົ່ງ ແລະ ຫຼຸດປັນຫາທຸກຢ່າງທີ່ເກີດຂຶ້ນໄດ້ໂດຍໃຊ້ຕົ້ນທຶນນ້ອຍທີ່ສຸດ ແລະ ໜື່ງໃນອຸປະກອນສໍາຄັນທີ່ພາກທຸລະກິດໂລຈິດສຕິກໃຊ້ເພື່ອເພີ່ມປະສິດທິພາບການຂົນສົ່ງກໍ່ຄື GPS

Posts-006

ອີກໜື່ງອຸປະກອນດີໆສໍາລັບຄົນທີ່ຮັກລົດ

GPS Tracking ເປັນອີກໜື່ງຕົວຊ່ວຍສໍາລັບຄົນຮັກລົດ ແລະ ຮູ້ທຸກເສັ້ນທາງທີ່ລົດໄປມາລວມເຖິງ ວັນ, ເວລາ ຄວາມໄວ, ທິດທາງ, ໄລຍະທາງທັງໝົດ ໃຊ້ໄດ້ທັງຄົມມະນາຄົມທາງບົກ, ທາງນ້ຳ ປະຢັດລາຍຈ່າຍ ແລະ ຄ່ານ້ຳມັນ ແລະ ຄຸນສົມບັດອີກລາຍຢ່າງທີ່ຢາກໃຫ້ລູກຄ້າທຸກທ່ານມາເປັນສ່ວນໜື່ງຂອງພວກເຮົາຮັບຮອງຈະບໍ່ຜິດຫວັງຄຸ້ມຄ່າແນ່ນອນ.

ການຕິດຕັ້ງ GPS Tracking ດີແນວໃດ

  1. ເຮັດໃຫ້ຜູ້ໃຊ້ສາມາດຮູ້ສະຖານະການຕ່າງໆທີ່ທ່ານຢາກຮູ້ ບໍ່ວ່າຈະເປັນ ຄົນ, ສັດ ລົດຍານພະຫະນະຕ່າງ ເຊິ່ງສາມາດບອກຂໍ້ມູນສໍາຄັນຕ່າງໆເຊັ່ນ: ຕໍາແໜ່ງ ລື ທີ່ຕັ້ງ ພິກັດໃນປະຈຸບັນ ຂອງສິ່ງທີ່ທ່ານຢາກຕິດຕາ
  2. ສາມາດເບິ່ງລາຍງານຍ້ອນລັງໄດ້ຫຼາຍຢ່າງເຊັ່ນ: ການເບິ່ງລະດັບນ້ຳມັນທີ່ແລ່ນຕໍ່ມື, ໄລຍະທາງໃນການແລ່ານຕໍ່ມື້, ຄວາມໄວທີ່ໃຊ້ໃນການເເລ່ນ, ເສັ້ນທາງທີ່ໃຊ້ແລ່ນ ຫຼື ແມ້ກະທັ້ງການຈອດດັບເຄື່ອງ ສະຕາສເຄື່ອງດົນປານໃດ
  3. ເພື່ອເພີ່ມຄວາມປອດໄພໃນລະບົບການຂົນສົ່ງສິນຄ້າ ທັງນີ້ສາມາດຮັບຮູ້ຕໍາແໜ່ງ ແລະ ຄວາມໄວໃນຍານພະຫະນະໃນການແລ່ນປະຈຸບັນໄດ້ ເຮັດໃຫ້ສາມາດເຕືອນຜູ້ຂັບຂີ່ໄດ້ ເມື່ອມີພຶດຕິກໍາສ່ຽງທີ່ຈະກໍ່ໃຫ້ເກີດອຸບັດຕິເຫດ ລວມເຖິງມີລະບົບການແຈ້ງເຕືອນໂດຍອັດຕະໂນມັດມາຍັງຜູ້ຄວບຄຸມ ເພື່ອແຈ້ງເຕືອນຫາພະນັກງານຂັບລົດໄດ້ໃນທັນທີ່ທີ່ມີປັດໄຈສ່ຽງຕໍ່ການເກີດອຸບັດຕິເຫດເຊັ່ນ: ໃຊ້ຄວາມໄວເກີນກໍານັດ ຫຼື ແລ່ນອອກນອກເຂດເສັ້ນທາງທີ່ກໍານົດໄວ້ເປັນຕົ້ນ
  4. ສາມາດໃຊ້ວາງແຜນເສັ້ນທາງໃນການເດີນທາງລ່ວງໜ້າ ແລະ ລະບົບຍັງສາມາດວິເຄາະປະມວນຜົນ ແຈ້ງເຕືອນເມື່ອມີການເຮັດວຽກທີ່ນອກເໜືອແຜນງານທີ່ວາງໄວ້.
  5. ລົດການທຸຈະລິດໃນການເຮັດວຽກ ໃນການຕິດຕາມຍານພາຫະນະຜູ້ຜະລິດມັກຈະມີການຕິດຕັ້ງລະບົບທີ່ສາມາດກວດສອບລະດັບນ້ຳມັນເຊື້ອເພີງ ແລະ ສາມາດປະມວນຜົນສະຖານະການອອກມາໄດ້ວ່າຄົນຂັບຈອດລົດຕິດເຄື່ອງໄວ້ດົນເທົ່າໃດ ຫຼື ຈອດດັບເຄື່ອງໄວ້ໃນໄລຍະເວລາຈັກນາທີ ເຊີ່ງເປັນຂໍ້ມູນທີ່ຈະລົດທຸຈະລິດໄດ້ ຫາກຄົນຂັບລັກລອບເອົານ້ຳມັນໄປຂາຍ.

ນອກຈາກນີ້ GPS ຍັງສາມາດຕິດຕາມໄດ້ຫຼາຍໆຢ່າງ ຕາມທີ່ຜູ້ຕິດຕາມຢາກເພີ່ມ function ຫຍັງລົງໄປ

Posts-007

GPS ແມ່ນຫຍັງ

ຫຼາຍຄົນຕ້ອງສົງໄສ ແລະ ຍັງບໍ່ຮູ້ວ່າ GPS ແມ່ນຫຍັງ, ມື້ນີ້ GPS ສຸດາພອນ ຈະພາມາໄຂຄໍາຕອບໃຫ້ກັບທຸກໆທ່ານ ຖ້າພ້ອມມາຟັງນໍາກັນເລີຍ

GPS ແມ່ນ ລະບົບກໍານົດຕໍາແໜ່ງເທິງໜ້າໂລກ ສາມາດບອກຕໍາແໜ່ງພິກັດ, ຄວາມໄວ ແລະ ເວລາ. GPS ຫຍໍ້ມາຈາກຄໍາວ່າ “Global Positioning System’’. ລະບົບການເຮັດວຽກຂອງ GPS ມາຈາກດາວທຽມທີ່ໂຄຈອນຢູ່ຮອບໂລກຈະສົ່ງສັນຍານກັບມາຍັງຈຸດຮັບສັນຍານຕ່າງໆທີ່ຢູ່ຮອບໂລກເຊັ່ນ: ໂທລະສັບມືຖື, ລົດຍົນ, ເຮືອ ໂດຍຄໍານວນຈາກໄລຍະຫ່າງຈາກດາວທຽມຢ່າງໜ້ອຍ 3 ດວງກັບຈຸດຮັບສັນຍານ. GPS ຄິດຄົ້ນໂດຍນັກວິທະຍາສາດຂອງອາເມລິກາ ທີ່ຕິດຕາມການສົ່ງດາວທຽມສະປຸດນິກຂອງ ສະຫະພາບໂຊຫວຽດ ແລະ ພົບປາກົດການດັອບເປີ ຂອງຄື່ນວິທະຍຸທີ່ສົ່ງມາຈາກດາວທຽມ ຈື່ງພົບວ່າ ຫາກຮູ້ຕໍາແໜ່ງທີ່ແນ່ນອນເທິງພື້ນໂລກກໍ່ສາມາດລະບຸຕໍາແໜ່ງຂອງດາວທຽມໄດ້ ແລະ ຫາກຮູ້ຕໍາແໜ່ງທີ່ແນ່ນອນຂອງດາວທຽມກໍ່ສາມາດລະບຸຕໍາແໜ່ງຂອງພື້ນໂລກໄດ້.

ເຫດຜົນດີໆທີ່ສົງໄສກັນວ່າເປັນຫຍັງຕ້ອງຕິດຕັ້ງ GPS tracking  (ຄຸນປະໂຫຍດຂອງ GPS tracking)

ໃນດ້ານການບໍລິຫານ ແລະ ຈັດການພາຫະນະ

  • ວາງແຜນການນຳໃຊ້ພາຫະນະໃຫ້ຖືກຕ້ອງຕາມເສັ້ນທາງຕົວຈິງທີ່ຈຳເປັນສຳລັບການເດີນທາງ
  • ຜູ້ຂັບຂີ່ບໍ່ສາມາດຂັບລົດອອກຈາກເສັ້ນທາງໄດ້
  • ວາງແຜນທີ່ຈະຄວບຄຸມເວລາເດີນທາງ
  • ຜູ້ຂັບຂີ່ບໍ່ສາມາດຈອດ ຫລື ຢຸດລົດໄດ້ໂດຍບໍ່ຈຳເປັນ
  • ຜູ້ຂັບຂີ່ຕ້ອງໃຊ້ລົດດ້ວຍຄວາມໄວທີ່ກຳນົດໄວ້
  • ສາມາດກຳນົດເວລາທີ່ຜູ້ຂັບຂີ່ຈະໄປຮອດສະຖານທີ່ເປົ້າໝາຍ
  • ສາມາດປະເມີນເວລາເລີ່ມຕົ້ນ ແລະ ເວລາສິ້ນສຸດຂອງການນຳໃຊ້ລົດ
  • ວາງແຜນເສັ້ນທາງການເດີນທາງໃຫ້ເໝາະສົມ ແລະ ກ່ຽວຂ້ອງກັບໜ້າວຽກ
  • ວາງແຜນການນຳໃຊ້ພາຫະນະສຳລັບການຂົນສົ່ງໃນກໍລະນີທີ່ມີຜູ້ ນຳໃຊ້ລົດຫຼາຍຄົນ
  • ວາງແຜນການເດີນທາງເພື່ອຕອບສະໜອງລູກຄ້າໃນກໍລະນີທີ່ຕ້ອງການຕິດຕໍ່ທຸລະກິດ.

ຫຼຸດຜ່ອນຕົ້ນທຶນແລະຄ່າສ້ອມແປງ

  • ຄວບຄຸມຄົນຂັບບໍ່ໃຫ້ຂັບຂີ່ໄວເກີນກໍານົດ
  • ຄວບຄຸມຄົນຂັບລົດບໍ່ໃຫ້ສາມາດເອົາລົດໄປໃຊ້ໃນວຽກງານສ່ວນຕົວ
  • ແກ້ໄຂບັນຫາພະນັກງານສະຕາດລົດແລ້ວເປີດແອນອນໃນໂມງເຮັດວຽກ
  • ລົດຈະຖືກໃຊ້ງານຕາມໄລຍະທາງ ແລະ ສະພາບຄວາມເປັນຈິງທີ່ກໍານົດໄວ້ໃຫ້ເທົ່ານັ້ນ.

ປ້ອງການເຫດທີ່ອາດເກີດຂຶ້ນ

  • ໄດ້ຂໍ້ມູນກ່ຽວກັບສະຖານທີ່ເປົ້າໝາຍທີ່ຕ້ອງໄປ ຫຼື ຂໍ້ມູນຂອງສະຖານທີ່ຕ່າງໆຕະຫຼອດເວລາ ເຮັດໃຫ້ສາມາດຫລີກລ້ຽງການໃຊ້ເສັ້ນທາງທີ່ເຮັດໃຫ້ເສຍເວລາໃນການເດີນທາງ
  • ສາມາດບອກເສັ້ນທາງລ່ວງໜ້າໃຫ້ກັບພະນັກງານໃໝ່ ຫຼື ພະນັກງານທີ່ບໍ່ຍັງຮູ້ເສັ້ນທາງ ເພື່ອປ້ອງກັນການລົງທາງ.

ສ້າງເປັນຖານຂໍ້ມູນຫລັກໃນການນຳໃຊ້ໃນອົງກອນ

  • ສ້າງເປັນລັກຖານຂໍ້ມູນໃນການວາງແຜນບໍລິການ ແລະ ຈັດການຍານພາຫະນະ
  • ວາງແຜນການຈັດການສ້ອມບໍາລຸງຍານພາຫະນະ.
  • ວາງແຜນການຕະຫຼາດ ແລະ ການຂົນສົ່ງ
  • ວາງແຜນການບໍລິການງານບຸກຄົນເຊັ່ນ: ການຄວບຄຸມພຶດຕິກໍາການຂັບຂີ່ລົດຂອງພະນັກງານຂັບລົດ.