Posts-007

GPS ແມ່ນຫຍັງ

ຫຼາຍຄົນຕ້ອງສົງໄສ ແລະ ຍັງບໍ່ຮູ້ວ່າ GPS ແມ່ນຫຍັງ, ມື້ນີ້ GPS ສຸດາພອນ ຈະພາມາໄຂຄໍາຕອບໃຫ້ກັບທຸກໆທ່ານ ຖ້າພ້ອມມາຟັງນໍາກັນເລີຍ

GPS ແມ່ນ ລະບົບກໍານົດຕໍາແໜ່ງເທິງໜ້າໂລກ ສາມາດບອກຕໍາແໜ່ງພິກັດ, ຄວາມໄວ ແລະ ເວລາ. GPS ຫຍໍ້ມາຈາກຄໍາວ່າ “Global Positioning System’’. ລະບົບການເຮັດວຽກຂອງ GPS ມາຈາກດາວທຽມທີ່ໂຄຈອນຢູ່ຮອບໂລກຈະສົ່ງສັນຍານກັບມາຍັງຈຸດຮັບສັນຍານຕ່າງໆທີ່ຢູ່ຮອບໂລກເຊັ່ນ: ໂທລະສັບມືຖື, ລົດຍົນ, ເຮືອ ໂດຍຄໍານວນຈາກໄລຍະຫ່າງຈາກດາວທຽມຢ່າງໜ້ອຍ 3 ດວງກັບຈຸດຮັບສັນຍານ. GPS ຄິດຄົ້ນໂດຍນັກວິທະຍາສາດຂອງອາເມລິກາ ທີ່ຕິດຕາມການສົ່ງດາວທຽມສະປຸດນິກຂອງ ສະຫະພາບໂຊຫວຽດ ແລະ ພົບປາກົດການດັອບເປີ ຂອງຄື່ນວິທະຍຸທີ່ສົ່ງມາຈາກດາວທຽມ ຈື່ງພົບວ່າ ຫາກຮູ້ຕໍາແໜ່ງທີ່ແນ່ນອນເທິງພື້ນໂລກກໍ່ສາມາດລະບຸຕໍາແໜ່ງຂອງດາວທຽມໄດ້ ແລະ ຫາກຮູ້ຕໍາແໜ່ງທີ່ແນ່ນອນຂອງດາວທຽມກໍ່ສາມາດລະບຸຕໍາແໜ່ງຂອງພື້ນໂລກໄດ້.

ເຫດຜົນດີໆທີ່ສົງໄສກັນວ່າເປັນຫຍັງຕ້ອງຕິດຕັ້ງ GPS tracking  (ຄຸນປະໂຫຍດຂອງ GPS tracking)

ໃນດ້ານການບໍລິຫານ ແລະ ຈັດການພາຫະນະ

  • ວາງແຜນການນຳໃຊ້ພາຫະນະໃຫ້ຖືກຕ້ອງຕາມເສັ້ນທາງຕົວຈິງທີ່ຈຳເປັນສຳລັບການເດີນທາງ
  • ຜູ້ຂັບຂີ່ບໍ່ສາມາດຂັບລົດອອກຈາກເສັ້ນທາງໄດ້
  • ວາງແຜນທີ່ຈະຄວບຄຸມເວລາເດີນທາງ
  • ຜູ້ຂັບຂີ່ບໍ່ສາມາດຈອດ ຫລື ຢຸດລົດໄດ້ໂດຍບໍ່ຈຳເປັນ
  • ຜູ້ຂັບຂີ່ຕ້ອງໃຊ້ລົດດ້ວຍຄວາມໄວທີ່ກຳນົດໄວ້
  • ສາມາດກຳນົດເວລາທີ່ຜູ້ຂັບຂີ່ຈະໄປຮອດສະຖານທີ່ເປົ້າໝາຍ
  • ສາມາດປະເມີນເວລາເລີ່ມຕົ້ນ ແລະ ເວລາສິ້ນສຸດຂອງການນຳໃຊ້ລົດ
  • ວາງແຜນເສັ້ນທາງການເດີນທາງໃຫ້ເໝາະສົມ ແລະ ກ່ຽວຂ້ອງກັບໜ້າວຽກ
  • ວາງແຜນການນຳໃຊ້ພາຫະນະສຳລັບການຂົນສົ່ງໃນກໍລະນີທີ່ມີຜູ້ ນຳໃຊ້ລົດຫຼາຍຄົນ
  • ວາງແຜນການເດີນທາງເພື່ອຕອບສະໜອງລູກຄ້າໃນກໍລະນີທີ່ຕ້ອງການຕິດຕໍ່ທຸລະກິດ.

ຫຼຸດຜ່ອນຕົ້ນທຶນແລະຄ່າສ້ອມແປງ

  • ຄວບຄຸມຄົນຂັບບໍ່ໃຫ້ຂັບຂີ່ໄວເກີນກໍານົດ
  • ຄວບຄຸມຄົນຂັບລົດບໍ່ໃຫ້ສາມາດເອົາລົດໄປໃຊ້ໃນວຽກງານສ່ວນຕົວ
  • ແກ້ໄຂບັນຫາພະນັກງານສະຕາດລົດແລ້ວເປີດແອນອນໃນໂມງເຮັດວຽກ
  • ລົດຈະຖືກໃຊ້ງານຕາມໄລຍະທາງ ແລະ ສະພາບຄວາມເປັນຈິງທີ່ກໍານົດໄວ້ໃຫ້ເທົ່ານັ້ນ.

ປ້ອງການເຫດທີ່ອາດເກີດຂຶ້ນ

  • ໄດ້ຂໍ້ມູນກ່ຽວກັບສະຖານທີ່ເປົ້າໝາຍທີ່ຕ້ອງໄປ ຫຼື ຂໍ້ມູນຂອງສະຖານທີ່ຕ່າງໆຕະຫຼອດເວລາ ເຮັດໃຫ້ສາມາດຫລີກລ້ຽງການໃຊ້ເສັ້ນທາງທີ່ເຮັດໃຫ້ເສຍເວລາໃນການເດີນທາງ
  • ສາມາດບອກເສັ້ນທາງລ່ວງໜ້າໃຫ້ກັບພະນັກງານໃໝ່ ຫຼື ພະນັກງານທີ່ບໍ່ຍັງຮູ້ເສັ້ນທາງ ເພື່ອປ້ອງກັນການລົງທາງ.

ສ້າງເປັນຖານຂໍ້ມູນຫລັກໃນການນຳໃຊ້ໃນອົງກອນ

  • ສ້າງເປັນລັກຖານຂໍ້ມູນໃນການວາງແຜນບໍລິການ ແລະ ຈັດການຍານພາຫະນະ
  • ວາງແຜນການຈັດການສ້ອມບໍາລຸງຍານພາຫະນະ.
  • ວາງແຜນການຕະຫຼາດ ແລະ ການຂົນສົ່ງ
  • ວາງແຜນການບໍລິການງານບຸກຄົນເຊັ່ນ: ການຄວບຄຸມພຶດຕິກໍາການຂັບຂີ່ລົດຂອງພະນັກງານຂັບລົດ.