Posts-005

ເພີ່ມປະສິດທິພາບການຂົນສົ່ງ ນຳໃຊ້ GPS ໃນການຕິດຕາມ

ສິ່ງສໍາຄັນໃນພາກທຸລະກິດໂລຈິດຕິກ ຄົງໜີບໍ່ພົ້ນເລື່ອງລົດຄ່າໃຊ້ຈ່າຍໃນການຂົນສົ່ງ ການລົດໄລຍະເວລາທີ່ໃຊ້ໃນການຂົນສົ່ງ ແລະ ຫຼຸດປັນຫາທຸກຢ່າງທີ່ເກີດຂຶ້ນໄດ້ໂດຍໃຊ້ຕົ້ນທຶນນ້ອຍທີ່ສຸດ ແລະ ໜື່ງໃນອຸປະກອນສໍາຄັນທີ່ພາກທຸລະກິດໂລຈິດສຕິກໃຊ້ເພື່ອເພີ່ມປະສິດທິພາບການຂົນສົ່ງກໍ່ຄື GPS

ໃນບົດຄວາມນີ້ GPS Soudaphone ມີບົດຄວາມດີໆກ່ຽວກັບ 4 ປະໂຫຍດຂອງ GPS ທີ່ຈະສາມາດຊ່ວຍເພີ່ມປະສິດທິພາບ ແລະ ຫຼຸດຕົ້ນທຶນການໃຫ້ບໍລິການໃຫ້ກັບທຸລະກິດໂລຈິດຕິກມາໃຫ້ທຸກໆທ່ານໄດ້ອ່ານ.

ລົດຕົ້ນທຶນນ້ຳມັນ

ແນ່ນອນວ່າ ຕົ້ນທຶນພະລັງງານທີ່ສໍາຄັນທີ່ສຸດ ສໍາລັບການຂົຍສົ່ງຂອງທຸລະກິດໂລຈິດຕິກ ກໍ່ຄືຄ່ານ້ຳມັນນັ້ນເອງ ລະບົບ GPS ໂດຍທົ່ວໄປນັ້ນ ກໍຈະີລະບົບຕິດຕາມເສັ້ນທາງ ເຊິ່ງກໍຈະສາມາດຊ່ວຍໃຫ້ສາມາດກວດສອບເສັ້ນທາງຂົນສົ່ງໄດ້ ປ້ອງກັນການຂັບລົດອອກນອກເສັ້ນທາງ ລວມເຖິງລະບົບກວດຈັບຄວາມໄວ ເຊິ່ງກໍຈະເຮັດໃຫ້ສາມາດຄວບຄຸມຄວາມໄວໃນການຂັບຂີ່ຂອງພະນັກງານໄດ້ດີອີກດ້ວຍ ເຊິ່ງເປັນລະບົບທີ່ດີ ທີ່ຈະຊ່ວຍໃຫ້ທຸລະກິດໂລຈິກຕິກປະຢັດຄ່ານ້ຳມັນໄດ້.

ການບໍລິຫານຈັດການເວລາ

ລະບົບ GPS ທຸລະກິດໂລຈິກຕິກນັ້ນ ຈະມີຄວາມສາມາດໃນການຄໍານວນໄລຍະເວລາໃນການເດີນທາງ ຫຼື ການຂົນສົ່ງສິນຄ້າໄປເຖິງທີ່ໝາຍຂອງການຂົນສົ່ງໄດ້ແມ໋ນຢໍາຫຼາຍໃນປະຈຸບັນ ເຮັດໃຫ້ທັງຜູ້ປະກອບການເອງ ທີມງານທີ່ກ່ຽວຂ້ອງ ແລະ ລູກຄ້າສາມາດວາງແຜນການດໍາເນີນການ ການຈັດການສິນຄ້າຂອງຕົວເອງໄດ້ເປັນຢ່າງດີ ຫຼຸດການລໍຖ້າ, ຫຼຸດການສະຕ່ອກສິນຄ້າ ເຊິ່ງລ້ວນແຕ່ເປັນການຈັດການຕົ້ນທຶນທຸລະກິດ ນອກຈາກນີ້ແລ້ວຍັງຊ່ວຍເພີ່ມຄວາມເພິ່ງພໍໃຈໃນການໃຫ້ບໍລິການລູກຄ້າຂອງທຸລະກິດໂລຈິກຕິກອີກດ້ວຍ

ຫຼຸດການສູນເສຍ

ການສູນເສຍ ຫຼື ຄວາມເສຍຫາຍທີ່ບໍ່ຄວນເກີດຂຶ້ນເລີຍ ສໍາລັບທຸລະກິດໂລຈິກຕິກ ກໍຄົງເປັນເລື່ອງຂອງອຸບັດຕິເຫດຈາກການຂັບຂີ່ຍານພາຫະນະນັ້ນເອງ ເຊິ່ງລະບົບ GPS ທຸລະກິດໂລຈິກຕິກ ນອກຈາກຈະມີລະບົບນໍາທາງ, ລະບົບຕິດຕາມ ແລະ ລະບົບຈໍາກັດຄວາມໄວແລ້ວ ລະບົບ GPS ຍັງມີຟັ່ງຊັ່ນໃນຊ່ວງຂອງການແຈ້ງເຕືອນລະບົບການສ້ອມບໍາລຸງໃນດ້ານຕ່າງໆ ເຊິ່ງກໍ່ຈະສາມາດຊ່ວຍຫຼຸດອຸບັດເຫດ ແລະ ການສູນເສຍໃນການຂັບຂີ່ໄດ້ດີອີກດ້ວຍ

ຫຼຸດໂອກາດໃນການທຸຈະລິດ

ລະບົບ GPS ສໍາລັບທຸລະກິດໂລຈິກຕິກ ທີ່ໜ້າສົນໃຈອີກຟັ່ງຊັ່ນໜື່ງກໍຄື ລະບົບກວດວັດປະລິມານນ້ຳມັນຖັງ ແລະ ການກວດຈັບການສະຕາດເຄື່ອງຍົນ ເຊິ່ງກໍ່ຈະສາມາດຊ່ວຍໃນການກວດສອບ ຫຼື ການກວດສອບຄ່າໃຊ່ຈ່າຍ ແລະ ການເຮັດວຽກຕ່າງໆຂອງພະນັກງານໄດ້ ທີ່ສໍາຄັນລະບົບ GPS ຍັງສາມາດເຊື່ອມຕໍ່ກ້ອງ ແລະ ໄມໂຄຮໂຟນ ເພື່ອຮັບສົ່ງພາບ ແລະ ສຽງລະຫວ່າງຜູ້ຂັບຂີ່ ແລະ ທີມງານໃນແບບອອນລຍາໄດ້ອີກດ້ວຍ ເຊິ່ງຈະສາມາດຊ່ວຍລົດໂອກາດໃນການທຸຈະລິດຂອງພະນັກງານໄດ້.

ນອກຈາກປະໂຫຍດທັງ 4 ທີ່ໄດ້ກ່າວມາແລ້ວ ຍັງມີປະໂຫຍດອີກຫຼາຍຢ່າງທີ່ GPS ສາມາດຊ່ວຍເພີ່ມປະສິດທິພາບໃຫ້ກັບທຸລະກິກໂລຈິກຕິກຂຶ້ນຢູ່ກັບລະບົບພັດທະນາ Software ຂອງ GPS

ສໍາລັບບໍລິສັດ ຫຼື ໜ່ວຍງານໃດທີ່ຕ້ອງການເພີ່ມປະສິດທິພາບ ຫຼຸດຕົ້ນທຶນ ໃຫ້ກັບທຸລະກິດໂລຈິດຕິກຂອງທ່ານ ກໍ່ສາມາດສອບຖາມລາຍລະອຽດເພີ່ມເຕີມໄດ້ທີ່ GPS Soudaphone ຍິນດີໃຫ້ບໍລິການ