Posts-001

ຄຳວ່າ Tracking ແມ່ນຫຍັງ

GPS Tracking ຄຳວ່າ ” Tracking ” ຖ້າແປໂດຍກົງ ແມ່ນການຕິດຕາມ

ສະນັ້ນ, GPS Tracking ແມ່ນ GPS ສຳລັບຕິດຕາມ. ໃນປະຈຸບັນ, ມີຫລາຍບໍລິສັດທີ່ນຳ GPS Tracking ຂຶ້ນມາເພື່ອໃຊ້ໃນການຕິດຕາມສິ່ງຕ່າງໆ ບໍ່ວ່າຈະເປັນລົດ, ເຮືອ, ເດັກນ້ອຍ, ຄົນເຖົ້າ, ຫຼື ແມ່ນແຕ່ສັດລ້ຽງ, ໂດຍການເພີ່ມຕົວເລືອກທີ່ເປັນທາງເລືອກເຂົ້າໃນ GPS Tracking ເພື່ອໃຫ້ມັນສາມາດບອກສິ່ງອື່ນອີກໄດ້ນອກເໜືອຈາກພິກັດ Latitude ແລະ Longitude ເທົ່ານັ້ນ ໂດຍ GPS  Tracking ທີ່ໃຊ້ໃນການຕິດຕາມລົດແມ່ນເປັນທີ່ນິຍົມທີ່ສຸດໃນການນຳ GPS Tracking ມາເພື່ອເຮັດການຕິດຕາມ ໂດຍການເພີ່ມເຊັນເຊີເພື່ອຊອກຫາຂໍ້ມູນອື່ນໆໃນລົດທີ່ພວກເຂົາຢາກຮູ້. ບໍ່ວ່າຈະເປັນ ປະລິມານນ້ຳມັນ, ປະລິມານຄວາມຮ້ອນ, ສະພາບຂອງເຄື່ອງຈັກ, ຄວາມໄວຂອງລົດທີ່ກຳລັງແລ່ນໃນເວລານັ້ນ, ຫລື ແມ່ນແຕ່ທິດທາງຂອງການແລ່ນ ແລະ ອີກຫລາຍໆຢ່າງ. ລະບົບຕິດຕາມຍານພາຫະນະເທິງໂລກນີ້ບໍ່ວ່າຈະຢູ່ໃສກໍ່ຕາມ ຖ້າສາມາດຮັບສັນຍານດາວທຽມ ກໍຈະສາມາດ ກຳນົດສະຖານທີ່ຂອງຍານພາຫະນະໄດ້. ໃນປະຈຸບັນ ເປັນເທັກໂນໂລຢີທທີ່ຖືກພັດທະນາຂຶ້ນມາເພື່ອອໍານວຍຄວາມສະດວກແກ່ມະນຸດ ໃນອົງກອນ ແລະ ພະແນກຕ່າງໆທີ່ມີຄວາມຕ້ອງການໃນການການບໍລິຫານພະນັກງານ ແລະ ຍານພາຫະນະໃນອົງກອນ ເພື່ອເຮັດວຽກຢ່າງມີປະສິດທິພາບ, ເຮັດໃຫ້ລະບົບ Tracking ເຂົ້າມາມີບົດບາດໃນການຕິດຕາມປະພຶດກໍາ ແລະ ໃນການປະເມີນຜົນຕ່າງໆ ເນື່ອງຈາກຄວາມວ່ອງໄວ ແລະ ຄວາມຖືກຕ້ອງ ຂອງລະບົບຕິດຕາມຍານພາຫະນະ ຫລື ແບບ Tracking ຈະຊ່ວຍໃຫ້ຜູ້ບໍລິຫານຮູ້ພຶດຕິ ກຳຂອງພະນັກງານຂອງຕົນເອງໄດ້ຕະຫຼອດເວລາ.

GPS Tracking ຫຼື GPS ຕິດຕາມລົດຍົນ

ຄືການຕິດຕາມໂດຍໃຊ້ GPS ເປັນຕົວຊ່ວຍໃນການຮູ້ຕໍາແໜ່ງຂອງລົດທີ່ຕ້ອງການຕິດຕາມ GPS Tracking ມີຫຼາຍຮູບແບບຄື: ແບບຕິດຕາມຍ້ອນຫລັງ ຫຼື Off-line ແລະ ແບບຕິດຕາມແບບ Real-Time. ໃນປະຈຸບັນ GPS Tracking Real Time ມີການນໍາໃຊ້ກັນຢ່າງແຜ່ຫຼາຍໄປທົ່ວໂລກ ເນື່ອງຈາກເສົນສັນຍານມືຖືໄດ້ກິຈາຍທົ່ວເຖິງໃນປະເທດ.

GPS Navigator ຄື

GPS ທີ່ໃຊ້ໃນການບອກເສັ້ນທາງໄປຍັງຈຸດໝາຍທີ່ຕ້ອງການ ທີ່ບໍ່ຄື GPS Tracking ຫຼື GPS ຕິດຕາມລົດຍົນ ທີ່ຕິດຕາມເບິ່ງວ່າລົດຢູ່ໃສ GPS Navigator ຖືກນຳມາໃຊ້ຢ່າງແຜ່ຫຼາຍຢູ່ໃນຊ່ວງ 10 ປີ ທີ່ຜ່ານມາ ເນື່ອງຈາກວ່າມີລາຄາຖືກລົງເລື້ອຍໆ ແລະ ມີປະໂຫຍດສູງໃນການບອກຕໍາແໜ່ງ.  GPS Navigator ຈະມີອຸປະກອນຕົວຮັບສັນຍານ GPS ເປັນຕົວຫຼັກ ແລະ ປະມວນຜົນສະເເດງຕໍາແໜ່ງທາງໜ້າຈໍໂທລະສັບ ເຊິ່ງຕ່າງຈາກ GPS Tracking ຕິດຕາມລົດຈະມີຕົວ GSM Module ເພີ່ມເຂົ້າມາເພື່ອໃຊ້ໃນການສົ່ງຂໍ້ມູນໄປຍັງ Server.

GPS Tracking Off-Line ແມ່ນ

ການເກັບຂໍ້ມູນການແລ່ນຂອງລົດ (ຕໍາແໜ່ງ, ເວລາ ແລະ ຄວາມໄວ) ໄວ້ໃນໂຕເຄື່ອງ ແລະ ນໍາຂໍ້ມູນມາຖ່າຍໂອນເຂົ້າເຄື່ອງຄອມພິວເຕີເມືອລົດກັບມາທີ່ສໍານັກງານແລ້ວ ຜູ້ກວດສອບລົດສາມາດເບິ່ງການແລ່ນຂອງລົດຍ້ອນຫຼັງໄດ້ ວິທີນີ້ຈະຊ່ວຍໃຫ້ປະຢັດຄ່າໃຊ້ຈ່າຍລາຍເດືອນໄດ້.

GPS Tracking Real Time ແມ່ນ

ການເກັບຂໍ້ມູນຂອງລົດໄວ້ໃນໂຕເຄື່ອງ ແລິ ສົ່ງຂໍ້ມູນມາຍັງ Server ໂດຍທັນທີ ຜູ້ໃຊ້ງານສາມາດເຂົ້າມາ Server ເພື່ອເບິ່ງຕໍາແໜ່ງລົດປະຈຸບັນໄດ້ທັນທີ ໂດຍບໍ່ຕ້ອງລໍຖ້າໃຫ້ລົດກັບເຂົ້າມາ ອີກທັງ Server ຈະເຮັດການເກັບຂໍ້ມູນເກົ່າໆໄວ້ເພື່ອໃຫ້ຜູ້ໃຊ້ໄດ້ເບິ່ງການແລ່ນຂອງລົດຍ້ອນລັງ ເຊິ່ງວິທີນີ້ຈະມີຄ່າໃຊ້ຈ່າຍລາຍເດືອນເນື່ອງຈາກຈະຕ້ອງມີການເຊື່ອມຕໍ່ກັບສັນຍານ GPRS ຕະຫຼອດເວລາ ແລະ ຄ່າບໍລິການໃຊ້ງານ server ຂອງຜູ້ບໍລິການ. Fleet Management ມີການນໍາ GPS Tracking Real Time ມາໃຊ້ກັນຢ່າງແຜ່ຫຼາຍເຊິ່ງເອີ້ນວ່າ ລະບົບ Fleet Management ຕ້ອງມີ GPS Tracking ເພື່ອຈະໄດ້ບໍລິຫານຈັດການລົດໄດ້ຢ່າງຄົບຖ້ວນສົມບູນ.

ໂປຣແກມ GPS

ໂປຣແກຣມ GPS ຄືສ່ວນປະກອບຫຼັກທີ່ສໍາຄັນຂອງລະບົບ GPS TRACKING ໂປຣແກຣມ ທົ່ວໄປຈະມີການໃຊ້ງານຄ້າຍໆກັນຄື ການເບິ່ງຕໍາແໜ່ງລົດຍົນ ໂປຣແກມຂອງບາງບໍລິສັດ ມີຟັ່ງຊັ່ນທີ່ຫຼາກຫຼາຍ ແລະ ເປັນປະໂຫຍດຕໍ່ການວິເຄາະລະບົບການຕິດຕາມລົດຍົນ ໂປຣແກຣມຈະມີຄວາມຍາກງ່າຍຂອງການໃຊ້ງານທີ່ແຕກຕ່າງກັນ ບາງໂປຮແກມຕ້ອງມີຄູ່ມືອະທິບາຍການໃຊ້ງານຫຼາຍກວ່າ 500 ໜ້າ. ໂປຣແກມທີ່ດີ່ຕ້ອງມີການໃຊ້ງານງ່າຍ ເຊິ່ງຜູ້ພັດທະນາໂປຣແກຮມຕ້ອງມີປະສົບການການອອກແບບໂປຮແກຣມຫຼາຍພໍສົມຄວນ ທີ່ຈະເຮັດໂປຮແກຣມມີຟັງຊັ່ນຄົບຖ້ວນ ແລະ ໃຊ້ງ່າຍງ່າຍ ໂປຣແກຣມທີ່ໃຊ້ງ່າຍສາມາດຮຽນຮູ້ໄດ້ດ້ວຍຕົວຜູ້ໃຊ້ເອງ ພາຍໃນໄລຍະເວລາ 30 ນາທີ ໂດຍບໍ່ຕ້ອງມີຄູ່ມື.

 ປະໂຫຍດຂອງ GPS Tracking

  • ຮູ້ເຖິງສະຖານະການຕ່າງໆ ຂອງສິ່ງທີ່ເຮົາຕ້ອງການຕິດຕາມ ບໍ່ວ່າຈະເປັນຄົນ ຫຼືຍານພາຫະນະ ເຊິ່ງເປັນຂໍ້ມູນທີ່ສໍາຄັນເຊັ່ນ: ຕໍາແໜ່ງໃນປັດຈຸບັນເປັນຕົ້ນ.
  • ຮູ້ເຖິງການລາຍງານຍ້ອນຫຼັງຫຼາຍໆຢ່າງໃນລະບົບຍານພາຫະນະໄດ້ເຊັ່ນ: ການຄໍານວນການໃຊ້ນ້ຳມັນເຊື້ອເພີງຕໍ່ວັນ, ໄລຍະທີ່ແລ່ນຕໍ່ວັນ, ຄວາມໄວເກີນກໍານົດ, ການຈອດຕິດເຄື່ອງຍົນເປັນຕົ້ນ ເນື່ອງຈາກທົ່ວໄປຜູ້ບໍລິຫານລະບົບ GPS Tracking (Realtime) ສ່ວນໃຫຍ່ຈະມີລາຍງານຍ້ອງຫຼັງໃຫ້ສໍາລັບໃຊ້ວິເຄາະຂໍ້ມູນໃຫ້ແກ່ລູກຄ້າ
  • ເພີ່ມຄວາມປອດໄພໃນການຂົນສົ່ງ ເນື່ອງຈາກສາມາດຮັບຮູ້ຕໍາແໜ່ງ ແລະ ຄວາມໄວຂອງຍານພາຫະນະໃນປະຈຸບັນໄດ້ ເມື່ອມີພຶດຕິກໍາສ່ຽງໃນຕໍ່ການປະສົບອຸບັດເຫດ ລວມເຖິງບາງຜູ້ຜະລິດສາມາດມີລະບົບແຈ້ງເຕືອນອັດຕະໂນມັດມາຍັງຜູ້ຄວບຄຸມ ເພື່ອແຈ້ງເຕືອນໄປຍັງພະນັກງານຂັບລົດໄດ້ທັນທີ ທີ່ມີປັດໄຈສ່ຽງຕາມເງື່ອນໄຂເຊັ່ນ: ການເເລ່ນເກີນທີ່ກໍານົດ ຫຼື ແລ່ນອອກນອກເສັ້ນທາງ ທີ່ວາງແຜນໄວ້ເປັນຕົ້ນ.
  • ວາງແຜນເສັ້ນທາງລ່ວງໜ້າໃນການເດີນທາງໄປຍັງເປົ້າໝາຍ ແລະ ລະບົບສາມາດວິເຄາະ, ເເຈ້ງເຕືອນເມື່ອມີການເຮັດວຽກນອກແຜນທີ່ທີ່ວາງໄວ້.
  • ລົດການທຸຈະລິດ ສາມາດກວດສອບລະດັບນ້ຳມັນເຊື້ອເພີງ ແລະ ສາມາດສະລຸບສະຖານະການຈອດລົດໄດ້ວ່າພະນັກງານຈອດລົດຕິດເຄື່ອງຢູ່ໃນເວລາຈັກນາທີ ເຊິ່ງຈະເປັນຂໍ້ມູນຢ່າງດີ ໃນກໍລະນີເກີດການຂະໂມຍນ້ຳມັນເຊື້ອເພີງ ຫຼື ລັກຂາຍອາໄລ່ໄດ້.